ຮູ້ແລ້ວບໍ ຂົງຈື້ຈະເລີ່ມສອນສາຂາຄູພາສາຈີນໃຜສົນໃຈສະໝັກຮຽນໄດ້ແລ້ວມື້ນີ້

936

ສະຖາບັນຂົງຈື້ ແມ່ນນອນຢູ່ໃນຮາກຖານຂອງ ມຊ ທີ່ມີຫຼັກສູດການຮຽນ-ສອນ ພາສາຈີນ ແລະ ໃນປີນີ້ນ້ອງໆນັກຮຽນທີ່ມີຄວາມສົນໃຈໃນສາຍ ຄູພາສາຈີນ ແມ່ນສາມາດຮຽນໃນສະຖາບັນດັ່ງກ່າວໄດ້ ເຊິ່ງກໍຂຶ້ນກັບມະຫາວິທະຍາໄລແຫ່ງຊາດ.
ທັງນີ້ ມຊ ຈະຈັດຕັ້ງປະຕິບັດການລົງທະບຽນເພື່ອຮັບສະຫມັກສອບເສັງຄັດເລືອກເອົານັກສຶກສາໃນສາຂາ ຄູພາສາຈີນ, ໃນສົກສຶກສາ 2021-2022 ຢູ່ສະຖາບັນຂົງຈື້ ທີ່ຂຶ້ນກັບ ມະຫາວິທະຍາໄລແຫ່ງຊາດ ແລະ ໃນການລົງທະບຽນສອບເສັງແມ່ນຈະໄດ້ປະຕິບັດການລົງທະບຽນແບບອອນລາຍ.


ວັນທີ 16 ກັນຍາ 2021 ເປັນມື້ກໍານົດວັນສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ເຊິ່ງຈະ ເປີດໃຫ້ລົງທະບຽນອອນລາຍ (Online) ເລີ່ມວັນທີ 25 ສິງຫາ 2021 ເຖິງວັນທີ 9 ກັນຍາ 2021, ສຳລັບວັນເລີ່ມກຳນົດຮັບບັດອະນຸຍາດເຂົ້າຫ້ອງສອບເສັງຈາກການລົງອອນລາຍ (Online) ເລີ່ມວັນທີ 30 ສິງຫາ 2021 ເຖິງວັນທີ 10 ກັນຍາ 2021 ຖ້າວ່ານ້ອງຄົນໃດ ບໍ່ສາມາດລົງທະບຽນເອງໄດ້ ແລະ ບໍ່ເຂົ້າໃຈ ແມ່ນສາມາດມາລົງທະບຽນອອນລາຍ (Online) ກັບທີ່ຢູ່ສະຖາບັນຂົງຈື (ສຂຈ).


ສຳລັບຜູ້ໃດທີ່ຈະມາແມ່ນຕ້ອງໃສ່ຜ້າປິດປາກ ທຸກຄັ້ງ ເພື່ອປ້ອງກັນພະຍາດຈຸລະໂລກອັກເສບປອດ (COVID-19), ການສອບເສັງ ນັກສອບເສັງຈະຕ້ອງໄດ້ສອບເສັງ 2 ຫົວບົດ ເຊັ່ນວ່າ: ຫົວບົດທີ 1 ເວລາຕອນເຊົ້າ 9:00-11:00 ປະກອບມີ ຄະນິດສາດ+ພາສາລາວ-ວັນນະຄະດີ+ພູມີສາດ+ປະຫວັດສາດ ແລະ ຫົວບົດທີ 2 ເວລາຕອນບ່າຍ 14:0-16:00 ປະກອບມີ ພາສາຈີນ+ພາສາອັງກິດ


ທີ່ສຳຄັນ ເອກະສານທີ່ນັກຮຽນຕ້ອງປະກອບຄັດຕິດໃສ່ເອກະສານສະຫມັກສອບເສັງປະກອບມີ:
ສໍາເນົາບັດເຂົ້າຫ້ອງສອບເສັງຈົບ ມ.7, ສໍາລັບນັກຮຽນຈົບໃນສົກຮຽນ 2020-2021, (01 ສະບັບ), ສໍາເນົາປະກາສະນີຍະບັດຈົບ ມ.7, ສໍາລັບນັກຮຽນທີ່ຈົບ ມ.7 ກ່ອນສົກຮຽນ 2020-2021, (01ສະບັບ), ຮູບຖ່າຍຂະຫນາດ 3×4 ຖ່າຍບໍ່ເກີນ 3 ເດືອນ, ຈໍານວນ 02 ໃບ ແຕ່ສໍາລັບນັກຮຽນຈົບ ມ.7 ສົກຮຽນ 2020-2021 ໃຫ້ເອົາຮູບດຽວກັນກັບຮູບໃນບັດເຂົ້າຫ້ອງສອບເສັງຈົບມ.7 ແລະ ເອກະສານທຸກຊະນິດຕ້ອງມີຕົ້ນສະບັບມາຢັ້ງຢືນເພື່ອກວດສອບຄວາມຖືກຕ້ອງ.
ຫຼັງຈາກທີ່ສະໝັກແລ້ວ ນັກສຶກສາສາມາດມາຕິດຕາມລາຍຊື່ ແລະ ສະຖານທີ່ສອບເສັງຫຼັງ ວັນທີ 10 ກັນຍາ 2021 ເຊິ່ງລາຍລະອຽດໃນການສະໝັກສາມາດເຂົ້າໄປເບິ່ງໄດ້ທີ່ https://lnuol.com/?pageld=1001