ສອນໄຊ ກອງໜ້າດາວເດັ່ນຂອງ ວຽງຈັນ ເອັຟຊີ ຜ່າຕັດເອັນໄຂ່ວໜ້າຈີກຂາດ ພັກຍາວ 6-7 ເດືອນ

483

ຂໍເປັນກໍາລັງໃຈຊ່ວຍ ສອນໄຊ ພັນທະໄຊ ກອງໜ້າດາວເດັ່ນຂອງ ວຽງຈັນ ເອັຟຊີ ຟື້ນຟູຮ່າງກາຍ ແລະ ກັບມາຫຼິ້ນບານເຕະໄດ້ອີກຄັ້ງ ຫຼັງຫຼ້າສຸດ ຜ່າຕັດເອັນໄຂ່ວໜ້າຈີກຂາດເບື້ອງຂວາ ( ບໍລິເວນຫົວເຂົ່າ ) ໄດ້ສໍາເລັດເມື່ອອາທິດ ທີ່ຜ່ານມາ ແຕ່ຕ້ອງໃຊ້ເວລາເຖິງ 6-7 ເດືອນ ຈິ່ງສາມາດກັບມາຊ້ອມບານໄດ້ອີກຄັ້ງ.

ຫຼັງຜ່າຕັດສໍາເລັດໄປດ້ວຍດີ ສອນໄຊ ເປີດເຜີຍຕໍ່ທີມຂ່າວເສດຖະກິດ-ການຄ້າວ່າ: ນ້ອງໄດ້ຮັບເຈັບ ໃນນັດທີ່ພົບກັບ ຊ້າງນ້ອຍ ເອັຟຊີ ເຊິ່ງເປັນການແຂ່ງຂັນອາທິດທີ 3 ໃນເດືອນເມສາທີ່ຜ່ານມາ ແລະ ຫຼັງກວດພົບເຫັນວ່າ ເອັນໄຂ່ວໜ້າທີ່ຂາເບື້ອງຂວາຈີກຂາດ ຫຼັງຈາກນັ້ນສະໂມສອນ ວຽງຈັນ ເອັຟຊີ ໄດ້ສົມທັບກັບ ຄອບຄົວ ເພື່ອກຽມເຂົ້າຮັບການຜ່າຕັດ ຈົນຫຼ້າສຸດໃນວັນທີ 12 ສິງຫາ 2021 ແມ່ນໄດ້ເຂົ້າໂຮງໝໍ ເພື່ອຜ່າຕັດ ແລະ ວັນທີ 16 ສິງຫາ 2021 ແມ່ນອອກຈາກໂຮງໝໍກັບມາຟື້ນຟູຢູ່ເຮືອນ.

“ ອາການຂອງນ້ອງແມ່ນ ເອັນໄຂ່ວໜ້າຈີກຂາດ ຢູ່ໃນອາການບໍ່ເຖິງຂັ້ນຮຸນແຮງປານໃດ ແຕ່ຕ້ອງໃຊ້ເວລາພັກຟື້ນປະມານ 6-7 ເດືອນຈິ່ງຈະສາມາດກັບມາຊ້ອມບານໄດ້. ຢ່າງໃດກໍຕາມ ໝໍແນະນໍາໃຫ້ໃຊ້ໄມ້ຄໍ້າຊ່ວຍກ່ອນບໍ່ທັນໃຫ້ລົງນໍ້າໜັກແຮງ ແລະ ຕ້ອງໄປກວດທຸກໆ 3 ເດືອນ. ແນ່ນອນນ້ອງກໍຈະພະຍາຍາມປະຕິບັດຕາມຄໍາແນະນໍາຂອງໝໍ ແລະ ຟື້ນຟູຮ່າງກາຍຂອງຕົວເອງໃຫ້ດີຂຶ້ນເລື້ອຍໆ ເພື່ອໂອກາດກັບມາແຂ່ງຂັນອີກຄັ້ງໃນປີໜ້າ ”.

ສໍາລັບ ສອນໄຊ ພັນທະໄຊ ເກີດວັນທີ 10 ມິຖຸນາ 2001 ທີ່ບ້ານຫ້ວຍຍໍ ເມືອງກວັນ ແຂວງຫົວພັນ ປັດຈຸບັນຄອບຄົວໄດ້ຍ້າຍມາຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍຜົນງານໃນລາວລີກ 1 ລະດູການ 2020 ລົງສະໜາມ 12 ນັດຍິງໄດ້ 2 ປະຕູໃຫ້ ວຽງຈັນ ເອັຟທີ, ສ່ວນປີ 2021 ຍ້າຍມາຫຼິ້ນໃຫ້ກັບ ວຽງຈັນ ເອັຟຊີ ທີມຈາກແຂວງວຽງຈັນ ແລະ ກໍເປັນປີທີ່ໂດດເດັ່ນຂອງ ສອນໄຊ ລົງສະໜາມນັດທໍາອິດຍິງໄປ 1 ປະຕູ ແລະ ສ້າງຜົນງານໂດດເດັ່ນພໍສົມຄວນໃນປີນີ້, ແຕ່ກໍໜ້າເສຍດາຍທີ່ໄດ້ຮັບບາດເຈັບສາກ່ອນ ລວມເຖິງການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2021 ກໍຖືກຍົກເລີກໄປ ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19.

ໃນປີ 2018 ສອນໄຊ ໄດ້ຮັບໂອກາດຄັ້ງຍິ່ງໃຫຍ່ທີ່ສຸດກໍຄື ການໄດ້ໄປຄັດໂຄງການ ອາລີອັນ ທີ່ເອົາຕົວແທນຍິງ-ຊາຍ ຂອງປະເທດ ເຊິ່ງ ສອນໄຊ ກໍຕິດ 1 ໃນນັ້ນ ແລະ ໄດ້ໄປຊ້ອມທີ່ບາງກອກ ປະເທດໄທ ໄດ້ມີຄູຝຶກຈາກສະໂມສອນ ບາເຢິນ ມິວນິກ ທີ່ເປັນມືອາຊີບ ເຂົ້າມາສິດສອນທັກສະຕ່າງໆໃຫ້ ຈົນເຖິງປີ 2019 ໄດ້ມາຄັດສະໂມສອນ ຊ້າງນ້ອຍ ເອັຟຊີ ຊຸດສາຍ ກ ກໍສາມາດຜ່ານ ແລະ ຖືກເອີ້ນໄປຄັດທີມຊາດ ຢູ19 ຄັ້ງທໍາອິດມີລາຍຊື່ 25 ຄົນ ແຕ່ນ້ອງຖືກຕັດໃນລາຍຊື່ 23 ຄົນສຸດ, ປີ 2020 ສອນໄຊ ຖືກເອີ້ນໄປຄັດອີກ ແລະ ກໍມີຊື່ຕິດ 18 ຄົນທີ່ເດີນທາງໄປແຂ່ງຂັນຢູ່ຍີ່ປຸ່ນ ເຊິ່ງຫຼັງຈາກກັບມາກໍຍັງມີຊື່ຄັດອີກ ແຕ່ລາຍການຖືກຍົກເລີກຈາກຜົນກະທົບໂຄວິດ-19.

ຂ່າວ: ຫຼ້າ MKP, ຮູບ: ສອນໄຊ