ປະສິດທິພາບໃນການປ້ອງກັນໂຄວິດຢູ່ທີ່ 66.6% ຫຼັງມີການທົດສອບໄລຍະທີ 3

380

1. ກະຊວງສາທາລະນະສຸກອິນເດຍຂຶ້ນທະບຽນເປັນການສຸກເສີນໃຫ້ກັບວັກຊິນປ້ອງກັນໂຄວິດ-19 ທີ່ມີຊື່ວ່າ: ໄຊຄັອຟ-ດີ ZycoV-D ເຊິ່ງເປັນວັກຊິນທີ່ພັດທະນາຈາກດີເອັນເອ (Plasmid DNA) ເຊິ່ງເປັນຄັ້ງທໍາອິດຂອງໂລກ ແລະ ເປັນວັກຊິນທີ່ຜະລິດໂດຍບໍລິສັດ ໄຊດັສ ຄາດິລລາ


2. ຫຼັກການໃນການເຮັດວຽກຂອງວັກຊິນດັ່ງກ່າວແມ່ນໃຊ້ສານພັນທຸກຳຈາກເຊຶ້ອໄວຮັສໄປກະຕຸ້ນໃຫ້ດີເອັນເອ ຫຼື ອາເອັນເອໃນຮ່າງກາຍຂອງມະນຸດໃຫ້ເກີດການສັງເຄາະລະຫັດຄຳສ່ັງ ຈາກນັ້ນຮ່າງກາຍຈະຜະລິດ ໂປຕິນ ສ່ວນທີ່ເປັນປຸ່ມໜາມຂອງໄວຣັສ ໂປຕິນໂຕດັ່ງກ່າວຈະເປັນໂຕກະຕຸ້ນພູມຄຸ້ມກັນໃນຮ່າງກາຍ ຮູ້ຈັກເຊຶ້ອພະຍາດ ແລະ ສ້າງພູມຄຸ້ມກັນຂຶ້ນມາໃນທີ່ສຸດ


3. ມະນຸດ 1 ຄົນຕ້ອງໄດ້ຮັບວັກຊິນດັ່ງກ່າວ 3 ເຂັມ ແລະ ນອກຈາກຈະເປັນວັກຊີນພັດທະນາຈາກດີເອັນເອຄັ້ງທຳອິດຂອງໂລກແລ້ວ ຍັງເປັນວັກຊິນເຂັມໂຕທຳອິດຂອງໂລກ ນຳເຂົ້າສູ່ຮ່າງກາຍຜ່ານ ເຄຶ່ອງມືສະເພາະ ໃຫ້ຊຶມເຂົ້າທາງຜິວໜັງດ້ວຍຄວາມໄວທີ່ສູງ ແລະ ເໝາະສຳລັບຜູ່ທີ່ກັງວົນ ແລະ ຢ້ານເຂັມສັກຢາ


4. ວັກຊິນດັ່ງກ່າວ ເກັບຮັກສາໃນອຸນຫະພູມ 2-8 ອົງສາ ເປັນວັກຊິນປ້ອງກັນໂຄວິດໂຕທີ 2 ທີ່ອິນເດຍຜະລິດຂຶ້ນມາເອງ ແລະ ຜ່ານການອະນຸມັດຈາກລັດຖະບານ ນິວເດລີ ເຊິ່ງວັກຊິນໂຕທຳອິດແມ່ນ ໂຄວາຊິນ ເປັນວັກຊິນເຊື້ອຕາຍ ເຊິ່ງຜະລິດໂດຍບໍລິສັດໄບໂອເທັກ


5. ບໍລິສັດໄຊດັສ ຄາດິລລາ ເປັນຜູ້ຜະລິດວັກຊິນ ໄຊຄອຟ-ດີ ໃຫ້ຂໍ້ມູູນວ່າ ປະສິດທິພາບໃນການປ້ອງກັນ ການຕິດເຊື້ອຢູ່ທີ່66.6% ຈາກການທັດສອບໄລຍະທີ 3 ກັບກຸ່ມຄົນຕົວຢ່າງ 28,000 ຄົນ ທົ່ວອິນເດຍ ເປັນຜູ້ທີ່ມີອາຍຸລະຫວ່າງ 12-18 ປີ ປະມານ 1.000 ຄົນ