ນ້ອງໆຈົບໃໝ່ຮູ້ແລ້ວບໍ ສະໝັກເສັງເຂົ້າ ມຊ ມື້ນີ້ເປັນຕົ້ນໄປ

1482

ສຳລັບນ້ອງໆຄົນໃດທີ່ມີຄວາມຝັນ ແລະ ຕ້ອງການຢາກເຂົ້າສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດລາວ ພາຍໃນ13 ຄະນະວິຊາ ເຊິ່ງປັດຈຸບັນແມ່ນ ໄດ້ເລີ່ມເປີດລົງທະບຽນແລ້ວ ສຳລັບຮັບນັກສຶກສາເຂົ້າສອບເສັງ ໃນສົກສຶກສາ 2021-2022 ນ້ອງໆທຸກຄົນຫ້າມພາດ.


ມະຫາວິທະຍາໄລແຫ່ງຊາດ ໄດ້ອອກມາແຈ້ງການເລກທີ 1895/ມຊ ລົງວັນທີ 17 ສິງຫາ 2021 ກ່ຽວກັບການລົງທະບຽນເພື່ອຮັບສະຫມັກສອບເສັງ ຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ມະຫາວິທະຍາໄລແຫ່ງຊາດ, ໃນສົກສຶກສາ 2021-2022. ສຳລັບການສະໝັກແມ່ນຈະປະຕິບັດການແບບອອນໄລນ໌ ເຊິ່ງມີລາຍລະອຽດດັ່ງນີ້:


ກໍານົດວັນສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ທີ່ມະຫາວິທະຍາໄລແຫ່ງຊາດ ວັນທີ 11 ກັນຍາ 2021; ແຕ່ໄດ້ເປີດໃຫ້ລົງທະບຽນອອນລາຍ (Online) ເລີ່ມແຕ່ວັນທີ 17 ສິງຫາ 2021 ເຖິງວັນທີ 8 ກັນຍາ 2021.
ນໍາເອກະສານມາສະເຫນີ ແລະ ຮັບບັດອະນຸຍາດເຂົ້າຫ້ອງສອບເສັງຈາກການລົງອອນລາຍ (Online)ເລີ່ມວັນທີ 23 ສິງຫາ 2021 ເຖິງວັນທີ 8 ກັນຍາ 2021; ກໍລະນີຜູ້ທີ່ບໍ່ສາມາດລົງທະບຽນເອງໄດ້ ແລະ ບໍ່ເຂົ້າໃຈ ແມ່ນສາມາດມາລົງທະບຽນອອນລາຍ (Online)ກັບທີ່ ຢູ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ (ສະໂມສອນໃຫຍ່) ເລີ່ມວັນທີ 23 ສິງຫາ 2021 ເຖິງວັນທີ 8 ກັນຍາ 2021.


ສະຖານທີ່ລົງທະບຽນ ແລະ ຮັບບັດອະນຸຍາດເຂົ້າຫ້ອງສອບເສັງ: ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ (ສະໂມສອນໃຫຍ່), ໃຫ້ນັກສຶກສາ ແລະ ຜູ້ປົກຄອງທີ່ນໍາພານັກສຶກສາມາລົງທະບຽນສອບເສັງທີ່ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ (ສະໂມສອນໃຫຍ່) ແລະ ມາສອບເສັງເຂົ້າຮຽນ ຢູ່ມະຫາວິທະຍາໄລແຫ່ງຊາດ ໃຫ້ໃສ່ຜ້າປິດ ປາກປິດດັງ ທຸກຄັ້ງ, ຮັກສາໄລຍະຫ່າງຢ່າງຫນ້ອຍ 1 ແມັດ ແລະ ລ້າງມືໃຫ້ສະອາດໃສ່ສະບູ ຫຼື ເຈວທີ່ມີແອັງກໍຣ໌70% ຂຶ້ນໄປ ເພື່ອປ້ອງກັນພະຍາດຈຸລະໂລກອັກເສບປອດ (COVID-19).
ລາຍລະອຽດໃນການສະຫມັກສາມາດເຂົ້າໄປເບິ່ງໄດ້ທີ່ http://entrance.nuol.edu.la ຫຼືFacebook: 21399 NUOL News

ການສອບເສັງແມ່ນປະຕິບັດຕາມນີ້ : ວັນທີ 11 ກັນຍາ 2021; ກຸ່ມສອບເສັງ A ຕອນເຊົ້າ: 09:00 ມ – 11:00ມ (120 ນາທີ)ວິຊາສອບເສັງ ຄະນິດສາດ A + ຟີຊິກສາດ ແລະ ຕອນບ່າຍ: 14:00ມ – 15:30ມ (120 ນາທີ) (ພາສາລາວ – ວັນນະຄະດີ + ເຄມີສາດ+ ຊີວະສາດ + ພາສາອັງກິດ).

ກຸ່ມສອບເສັງ B ຕອນເຊົ້າ: 09:00 ມ – 11:00ມ (120 ນາທີ) ວິຊາສອບເສັງ ຄະນິດສາດ B+ (ພາສາລາວ- ວັນນະຄະດີ) ແລະ ຕອນບ່າຍ: 14:00ມ – 15:30ມ (90 ນາທີ) _ ພູມີສາດ + ປະຫວັດສາດ + ພາສາອັງກິດ.
ເອກະສານທີ່ນັກຮຽນຕ້ອງປະກອບຄັດຕິດໃສ່ເອກະສານສະຫມັກສອບເສັງປະກອບມີ: ສໍາເນົາບັດເຂົ້າຫ້ອງສອບເສັງຈົບ ມ.7, ສໍາລັບນັກຮຽນຈົບໃນສົກຮຽນ 2020-2021, (01 ສະບັບ); ສໍາເນົາປະກາສະນີຍະບັດຈົບ ມ.7, ສໍາລັບນັກຮຽນທີ່ຈົບ ມ.7 ກ່ອນສົກຮຽນ 2020-2021, (01ສະບັບ) ແລະ ຮູບຖ່າຍຂະຫນາດ 3×4 ຖ່າຍບໍ່ເກີນ 3 ເດືອນ, ຈໍານວນ 02 ໃບ.

(ສໍາລັບນັກຮຽນຈົບ ມ.7 ສົກຮຽນ 2020-2021 ໃຫ້ເອົາຮູບດຽວກັນກັບຮູບໃນບັດເຂົ້າຫ້ອງສອບ
ເສັງຈົບ ມ.7 ); ນັກສຶກສາສາມາດມາຕິດຕາມລາຍຊື່ ແລະ ສະຖານທີ່ສອບເສັງ ວັນທີ 10 ກັນຍາ 2021