ດົນເກີນຄາດ! ທ້າຍອາທິດນີ້ ເມສຊີ ຈະຍັງບໍ່ໄດ້ລົງສະໜາມນັດທໍາອິດໃຫ້ກັບ ປາຣີສ

361
Lionel Messi, second right, walks on the pitch with teammates at the Paris Saint-Germain training camp in Saint-Germain-en-Laye, west of Paris, Friday, Aug. 13, 2021 The 34-year-old Argentina star arrived Tuesday in Paris to sign a two-year deal with the option for a third season with PSG after leaving Barcelona. (AP Photo/Francois Mori)

ລິໂອເນລ ເມສຊີ ກອງໜ້າຄົນໃໝ່ຂອງ ປາຣີສ ແຊງແຊກແມງ ຈະຍັງບໍ່ໄດ້ລົງສະໜາມນັດທໍາອິດໃຫ້ກັບທີມໃນທ້າຍອາທິດນີ້ ຫຼັງຈາກທີ່ບໍ່ໄດ້ຊ້ອມກັບທີມເຕັມທີ່ ຫຼ້າສຸດມີການເປີດເຜີຍວ່າ ເມສຊີ ຈະໄດ້ລົງສະໜາມນັດຢ່າງເປັນທາງການໃນວັນທີ 29 ສິງຫາ 2021.

ເມສຊີ ເຊັນສັນຍາມາຫຼິ້ນໃຫ້ກັບ ປາຣີສ ແຊງແຊກແມງ ແບບບໍ່ມີຄ່າຕົວໃນລະດູການນີ້ ເຊິ່ງການຍ້າຍທີມຂອງລາວກາຍເປັນຂ່າວດັງໄປທົ່ວໂລກ ແລະ ຫຼາຍຄົນກໍຕ່າງລໍຖ້າເບິ່ງຟອມນັດທໍາອິດຂອງ ເມສຊີ ກັບ ປາຣີສ ແຊງແຊກແມງ ໃນລີກເອິງຝຣັ່ງ.
ສໍາລັບ ປາຣີສ ແຊງແຊກແມງ ມີນັດບຸກໄປຢາມ ແບຣດ ໃນວັນສຸກທີ 20 ສິງຫາ 2021 ເຊິ່ງຕອນທໍາອິດຄາດວ່າ: ເມສຊີ ຈະໄດ້ລົງນັດນີ້, ແຕ່ຫຼ້າສຸດ ສະກາຍສະປອດ ລະບຸວ່າ ຈົນເຖິງຕອນນີ້ ເມສຊີ ຫາກໍໄດ້ລົງຊ້ອມຮ່ວມກັບທີມໄປພຽງ 3 ຄັ້ງເທົ່ານັ້ນ.

ປັດຈຸບັນ ເມສຊີ ກໍາລັງຢູ່ໃນລະຫວ່າງການຮຽກສະພາບຮ່າງກາຍໃຫ້ກັບມາມີຄວາມຟິດຕາມມາດຕະຖານທີ່ ເມົາຣິຊິໂອ ໂປເຊັດຕິໂນ ຜູ້ຈັດການທີມຕ້ອງການ ດ້ວຍເຫດນີ້ ເມສຊີ ຈະໄດ້ລົງສະໜາມນັດທໍາອິດທີ່ຈະພົບກັບ ແຣ໊ງສ໌ ໃນວັນທີ 29 ສິງຫາ 2021 ຕາມການລາຍງານຂອງ ສະກາຍສະປອດ ສື່ຊັ້ນນໍາໃນວົງການບານເຕະ.