ຊາວເມືອງ ອາດສະພອນພ້ອມພຽງກັນໄປຮັບວັກຊິນ

408

ໃນວັນທີ 16 ສິງຫາ 2021 ທີ່ຫ້ອງການສາທາລະນະສຸກເມືອງ ໄດ້ເປີດຂະບວນການສັກວັກຊິນເພື່ອປ້ອງກັນພະຍາດ ໂຄວິດ 19 ເຊິ່ງຖືວ່າເປັນຄັ້ງທີ IV ສໍາລັບວັກຊິນທີ່ນໍາມາສັກໃນເທື່ອນີ້ແມ່ນ Astra Zeneca ( ແອັດຕ້າເຊເນກ້າ ) ເຂັ້ມທີ I , ເຊິ່ງເມືອງ ອາດສະພອນ ແມ່ນໄດ້ຮັບຢາຈາກການແບ່ງປັນຈາກແຂວງ 6.440 ໂດສ.

ວັກຊິນດັ່ງກ່າວ ແມ່ນຈະໄດ້ສັກໃຫ້ປະຊາຊົນທຸກຊັ້ນຄົນ, ທຸກສາຂາອາຊີບ ນັບແຕ່ພະສົງ ສາມະເນນ, ພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ, ພະນັກງານບໍລິສັດ, ກໍາມະກອນ ແລະ ພໍ່-ແມ່ ປະຊາຊົນ ທີ່ຢູ່ໃນກຸ່ມເປົ້າໝາຍ ມີເງື່ອນໄຂໃນເກນອາຍຸ 18 ປີ ຂຶ້ນໄປ ກໍ່ສາມາດມາຮັບວັກຊິນໄດ້.

ສຳລັບການສັກໃນຄັ້ງນີ້ແມ່ນຢູ່ທີ່ເດີ່ນຫ້ອງການສາທາລະນະສຸກເມືອງ ເຊິ່ງໄດ້ມີການຈັດແບ່ງຈຸດບໍລິການສັກວັກຊິນກັນພະຍາດ ໂຄວິດ 19 ຄັ້ງນີ້ອອກເປັນ 2 ຈຸດ ,ພ້ອມກັບການປະຕິບັດຕາມມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງເຂັ້ມງວດ ທາງເມືອງໄດ້ກຳນົດສັກແຕ່ວັນທີ 16 ຫາ 23 ສິງຫາ 2021ນີ້.


ນອກຈາກສະຖານທີ່ສັກວັກຊິນຢູ່ໃນຕົວເມືອງ ອາດສະພອນແລ້ວ ຍັງມີຕາມສະຖານທີ່ບ້ານຕ່າງໆເພື່ອສະດວກໃນການເດີນທາງຂອງບ້ານ ເຂດທີ່ຫ່າງໄກຕົວເມືອງ ກໍ່ສາມາດເຂົ້າຮັບບໍລິການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ຕາມສູນແຫ່ງຕ່າງໆທີ່ຄະນະສະເພາະກິດກຳນົດຂຶ້ນ ເຊັ່ນ : ໂຮງໝໍນ້ອຍ ບ້ານ ກຸດຫີນ, ໂຮງໝໍນ້ອຍບ້ານ ນາປອດ, ໂຮງໝໍນ້ອຍບ້ານ ວຽງໄຊ, ໂຮງໝໍນ້ອຍບ້ານ ນາເລົ່າ, ໂຮງໝໍນ້ອຍບ້ານ ໂພນງາມ, ໂຮງໝໍນ້ອຍຈຸດສຸມ ໂນນມີໄຊ ແລະໂຮງໝໍນ້ອຍຈຸດສຸມ ແກ້ງໝົ້ມ.

ໃນໄລຍະທີ່ຜ່ານມາຂະແໜງສາທາລະນະສຸກເມືອງກໍ່ໄດ້ບໍລິການສັກວັກຊິນໃຫ້ປະຊາຊົນແລ້ວ 3.575 ໂດສ ໃນນັ້ນ ແອັດຣຕ້າເຊເນກ້າ 115 ໂດສ ຊິນໂນຟາມ 1.524 ໂດສ ຈອນສັນແອນຈອນສັນ 2.063 ໂດສ ເມື່ອສົມທຽບໃສ່ຈໍານວນພົນລະເມືອງພາຍໃນເມືອງ 50 % ຕາມເປົ້າໝາຍຂອງລັດຖະບານ ປະຊາຊົນຊາວເມືອງ ອາດສະພອນ ແມ່ນໄດ້ຮັບຢາວັກຊິນກັນພະຍາດໂຄວິດ 19 ພຽງແຕ່ 10 %.