ລັດຖະບານຍີ່ປຸ່ນ ລົງນາມການໃຫ້ທຶນແກ່ລັດຖະກອນລາວໄປຮຽນຕໍ່ຊັ້ນປະລິນຍາໂທ ແລະເອກ

513

ເພື່ອມຸ້ງເນັ້ນໃສ່ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນໃນພາລະກິດສ້າງສາພັດທະນາປະເທດຊາດ ທາງລັດຖະບານຍີ່ປຸ່ນໄດ້ລົງນາມການຊ່ວຍເຫຼືອໃຫ້ທຶນການສຶກສາແກ່ລັດຖະກອນລາວໃຫ້ໄປຮຽນໃນຊັ້ນປະລິນຍາໂທ ແລະປະລິນຍາເອກຢູ່ຍີ່ປຸ່ນໂດຍຜ່ານໂຄງການ (JDS)


ເຊິ່ງໃນວັນທີ 10 ສິງຫາ ປີ 2021 ໄດ້ມີການລົງນາມເຊັນສັນຍາການຊ່ວຍເຫຼືອລ້າກ່ຽວກັບ ໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ ຜ່ານໂຄງການ (JDS) ຫຼື ເອີ້ນວ່າໂຄງການທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ (JDS)” / Signing meeting of the Grant Agreement on the “Project of Human Resource Development Scholarship (JDS)” ລະຫວ່າງ ກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ແລະ ລັດຖະບານຍີ່ປຸ່ນ ຕາງໜ້າໂດຍ ຫ້ອງການໄຈກາ ປະຈຳລາວ ທີ່ ກະຊວງແຜນການ ແລະ ການລົງທຶນ.


ໂຄງການດັ່ງກ່າວສະໜອງເງິນທຶນເປັນຈໍານວນສາມຮ້ອຍສິບສາມລ້ານເຢນຍີ່ປຸ່ນ (313.000.000 ເຢນ) ເພື່ອມອບໂອກາດທາງການສຶກສາໃນລະດັບສູງ ໃຫ້ແກ່ລັດຖະກອນໃນອົງກອນຕ່າງໆ ເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ 2 ປີ ແລະ ປະລິນຍາເອກ 3 ປີ ໃນປະເທດຍີ່ປຸ່ນ.


ຕັ້ງແຕ່ເລີ່ມຕົ້ນທຶນການສຶກສາ JDS ຢູ່ສປປລາວ ແຕ່ປີ 1999 ຈົນເຖິງປີທີ່ຜ່ານມາ, ລັດຖະກອນລາວຈຳນວນ 434 ຄົນໄດ້ເດີນທາງໄປຮຽນຕໍ່ຢູ່ປະເທດຍີ່ປຸ່ນພາຍໃຕ້ໂຄງການນີ້ ແລະ ໃນປີນີ້, ກໍ່ຍັງມີນັກສຶກສາ 20 ຄົນ ສໍາລັບລະດັບປະລິນຍາໂທ ແລະ 2 ຄົນ ສໍາລັບປະລິນຍາເອກ ກໍຈະເດີນທາງໄປເພື່ອສືບຕໍ່ໃນການສຶກສາລະດັບສູງທີ່ມະຫາວິທະຍາໄລຍີ່ປຸ່ນ ໃນໄລຍະອັນໃກ້ນີ້.
ຕາງໜ້າລັດຖະບານທັງ2ຝ່າຍຄາດຫວັງວ່າໂຄງການດັ່ງກ່າວນີ້ຈະໃຫ້ການປະກອບສ່ວນທີ່ດີຕໍ່ກັບການພັດທະນາເສດຖະກິດ – ສັງຄົມ ແລະ ຊັບພະຍາກອນມະນຸດທີ່ຈຳເປັນເພື່ອໃຫ້ບັນລຸເປົ້າໝາຍໃນການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງ ສປປລາວ ຢ່າງຕໍ່ເນື່ອງ.