ມອບ-ຮັບສະໜາມຫັດແອບເຫຼົ່າຮົບສື່ສານໃຫ້ ວິທະຍາຄານກົມມະດຳ

441

ວັນທີ 13 ສິງຫາ 2021  ກົມສື່ສານໄດ້ມອບ-ຮັບສະໜາມຫັດແອບເຫຼົ່າຮົບສື່ສານໃຫ້ ວິທະຍາຄານກົມມະດຳ, ພາຍໃຕ້ການເປັນປະທານເຂົ້າຮ່ວມຂອງທ່ານພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມການໃຫຍ່ເສນາທິການ ກອງທັບປາຊາຊົນລາວພ້ອມດ້ວຍຄະນະ ມີບັນດາຄຸອາຈານເຂົ້າຮ່ວມ.


ກ່າວມອບສະໜາມຫັດແອບດັ່ງກ່າວ ໂດຍທ່ານພົນຈັດຕະວາ ຄໍາຄິດ ໄຊສົງຄາມ ຫົວໜາກົມສື່ສານກະຊວງປ້ອງກັນປະເທດ ແລະ ກ່າວຮັບໂດຍ ທ່ານພັນເອກ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານກົມມະດຳ ໂດຍຊ່ອງໜ້າທ່ານພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບພ້ອມດ້ວຍຄະນະພັກ-ຄະນະບັນຊາມີບັນດາບໍລິສັດສີສະເກດ ແລະ ບໍລິສັດ LE ເຂົ້າຮ່ວມເປັນສັກຂີພິຍານ.

ການກໍ່ສ້າງສະໜາມຝຶກແອບຮໍ່າຮຽນຂອງເຫຼົ່າຮົບສື່ສານແມ່ນເລີ່ມກໍ່ສ້າງມາແຕ່ວັນທີ 15/01/2021 ຈົນຮອດວັນທີ 25/5/2021 ແມ່ນໄດ້ສໍາເລັດໂຄງການ, ເຊິ່ງມີເນື້ອທີ່ທັງໝົດ 5 ແຮັກຕາ, ລວມມູນຄ່າກໍ່ສ້າງ111ລ້ານກວ່າກີບ.


ພາຍຫຼັງມອບ-ຮັບສະໜາມຝຶກແອບດັ່ງກ່າວແລ້ວ ແມ່ນມອບໃຫ້ຫ້ອງການອົບຮົ່ມ-ກໍ່ສ້າງວິທະຍາຄານ ເປັນຜູ້ຄຸ້ມຄອງບົວລະບັດຮັກສາ ເຂົ້າໃນການຝຶກແອບຮໍ່າຮຽນພາກວິຊາສິນລະປະຍຸດ ແລະ ຍຸດທະວິທີທະຫານຣາບເພື່ອໃຫ້ຄູ-ອາຈານໄດ້ຂຶ້ນຫ້ອງສິດສອນ-ຮໍ່າຮຽນໃຫ້ນັກຮຽນ ເຂົ້າມາຝຶກຝົນຫຼໍ່ຫຼອມຮຽນຢູ່ສະໜາມວິທະຍາຄານແຫ່ງນີ້.

ຂ່າວ:ວັນນະເລດ ລໍວັນໄຊ,ພາບ:ທອງຄຳ ຜາງພິລາວົງ