ເປບຊີລາວລີກ 1 ປີ 2021 ໄປບໍ່ເຖິງຝັນ ຍົກເລີກການແຂ່ງຂັນຢ່າງເປັນທາງການແລ້ວ

331

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຫຼາຍຂົງເຂດໜຶ່ງໃນນັ້ນກໍແມ່ນວົງການບານເຕະລາວ ກໍຄືລາວລີກ 1 ກໍໄດ້ຮັບຜົນກະທົບໜັກ ຈົນເຮັດໃຫ້ມີພຽງ 5 ທີມເຂົ້າຮ່ວມການແຂ່ງຂັນ, ເປີດສາກການແຂ່ງຂັນໃນວັນທີ 27 ມີນາ ແລະ ແຂ່ງຂັນໄດ້ພຽງ 3 ອາທິດ ( 6 ນັດ ) ກໍຕ້ອງເລື່ອນການແຂ່ງຂັນແບບບໍ່ມີກໍານົດ ເນື່ອງຈາກການລະບາດຂອງ ໂຄວິດ-19.

ຫຼ້າສຸດມາຮອດວັນທີ 13 ສິງຫາ 2021 ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຕັດສິນໃຈຍົກເລີກການແຂ່ງຂັນລາວລີກ 1 ຢ່າງເປັນທາງການ ໂດຍອອກແຈ້ງການຢ່າງເປັນທາງການວ່າ: ສະຫະພັນບານເຕະແຫ່ງຊາດລາວ ຂໍ້ແຈ້ງມາຍັງບັນດາສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ປະຈໍາປີ 2021 ຊາບກ່ຽວກັບການຍົກເລີກການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021 ໂດຍອີງໃສ່ລາຍລະອຽດລຸ່ມນີ້:

-ການແຜ່ລະບາດຂອງ ໂຄວິດ-19 ຍັງບໍ່ມີທ່າອ່ຽງຫຼຸດລົງອີງຕາມການຂະຫຍາຍການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງ ໂຄວິດ-19 ອອກໄປ
-ບໍ່ສາມາດກໍານົດໄລຍະເວລາການແຂ່ງຂັນຄືນໃນສະພາບການປັດຈຸບັນທີ່ຍັງບໍ່ມີຄວາມແນ່ນອນ. ນອກຈາກນັ້ນ ສະຖານທີ່ຝຶກຊ້ອມ ແລະ ຈັດການຂ່ງຂັນບາງສ່ວນໄດ້ຖືກຫັນປ່ຽນເປັນສູນກັກຕົວໃຫ້ແກ່ສະເພາະກິດ ເຮັດໃຫ້ບໍ່ມີຄວາມສະດວກ ແລະ ປອດໄພໃນການຈັດການແຂ່ງຂັນທຸກໆລາຍການຂອງ ສຕລ.

-ເພື່ອຫຼດຜ່ອນຜົນຫະທົບທີ່ເກີດຂຶ້ນກັບສະໂມສອນທີ່ເຂົ້າຮ່ວມແຂ່ງຂັນ.
ໂດຍອີງຕາມເຫດຜົນຂ້າງເທິງ ຄະນະບໍລິຫານງານຂອງ ສຕລ ຈິ່ງມີມະຕິຕົກລົງຍົກເລີກການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2021

ສໍາລັບ ການແຂ່ງຂັນບານເຕະເປບຊີ ລາວລີກ 1 ປະຈໍາປີ 2021 ແຂ່ງຂັນໄປແລ້ວ 3 ອາທິດປາກົດວ່າ: ຊ້າງນ້ອຍ ເອັຟຊີ ສ້າງຜົນງານໂດດເດັ່ນຊະນະ 2 ນັດລວດມີ 6 ຄະແນນຢຶດທີມນໍາຕາຕະລາງຄະແນນລວມ, ອັນດັບ 2 ກອງທັບ ເອັຟຊີ ມີ 4 ຄະແນນຈາກ 3 ນັດ, ອັນດັບ 3 ເອັສຣາ ເອັຟຊີ ມີ 3 ຄະແນນຈາກ 2 ນັດ, ອັນດັບ 4 ເອັຟຊີ ຈັນທະບູລີ ມີ 2 ຄະແນນຈາກ 2 ນັດ ແລະ ອັນດັບ 5 ວຽງຈັນ ເອັຟຊີ ມີ 1 ຄະແນນຈາກ 3 ນັດ.