ເປີດໃຈ ຊອນ ເຮືອງມິນ ຮີໂຣຍິງປະຕູໄຊຊ່ວຍ ສະເປີ ຊະນະແຊັມເກົ່ານັດເປີດສະໜາມ

420
Tottenham's Son Heung-min, right, and Tottenham's Sergio Reguilon celebrate at the end of the English Premier League soccer match between Tottenham Hotspur and Manchester City at the Tottenham Hotspur Stadium in London, Sunday, Aug. 15, 2021. (AP Photo/Ian Walton)

ຊອນ ເຮືອງມິນ ກອງໜ້າຊາວ ສ. ເກົາຫຼີ ຂອງທ໊ອດແນມ ຮ໊ອດສະເປີ ກາຍເປັນຮີໂຣຍິງປະຕູໄຊຊ່ວຍໃຫ້ກັບທີມເອົາຊະນະ ແມນເຊັສເຕີ ຊິຕີ້ ແຊັມເກົ່າ 1-0 ໃນການແຂ່ງຂັນບານເຕະພຣີເມຍລີກ ອັງກິດ ນັດທໍາອິດຂອງລະດູການ 2021-2022 ເມື່ອວັນທີ 15 ສິງຫາ 2021.

ນັດດັ່ງກ່າວ ທ໊ອດແນມ ຮ໊ອດສະເປີ ບໍ່ມີ ແຮຣີ ເຄນ ກອງໜ້າຕົວເກັ່ງຂອງທີມທີ່ຍັງບໍ່ພ້ອມລົງສະໜາມ ແຕ່ກໍບໍ່ເປັນບັນຫາຂອງທີມ, ສາມາດສູ້ກັບ ແມນເຊັສເຕີ ຊິຕີ້ ໄດ້ຢ່າງສູສີ ແລະ ສຸດທ້າຍແລ້ວ ເຮືອງ-ມິນ ກາຍເປັນຮີໂຣຍິງປະຕູໄຊໃຫ້ກັບທີມເອົາຊະນະ ແມນເຊັສເຕີ ຊິຕີ້ 1-0 ໃນນາທີໆ 55 ເກັບ 3 ຄະແນນທໍາອິດໃນພຣີເມຍລີກ ອັງກິດ 2021-2022.

ຫຼັງຈົບການແຂ່ງຂັນ ເຮືອງມິນ ກ່າວວ່າ: ແນ່ນອນວ່າພວກເຮົາຢາກເລີ່ມຕົ້ນໃຫ້ດີທີ່ສຸດໃນນັດທໍາອິດ ແລະ ຕໍ່ໜ້າແຟນບານຂອງພວກເຮົາ ເຊິ່ງມັນເປັນຟອມທີ່ໜ້າເຫຼືອເຊື່ອ ແລະ ທຸກໆຄົນເຮັດວຽກໜັກ ເພື່ອທີ່ຈະຄວ້າ 3 ຄະແນນໃຫ້ໄດ້ ແລະ ແມນເຊັສເຕີ ຊິຕີ ເປັນທີມທີ່ເກັ່ງທີ່ສຸດໃນໂລກປັດຈຸບັນ. ດັ່ງນັ້ນ, ມັນຈິ່ງມີຄວາມໝາຍກັບພວກເຮົາຫຼາຍ .
ຮູບຈາກ: AP