ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຈັບສະຫຼາກຢູ່ຮ່ວມສາຍຣັດເຊຍ, ເບລາລຸດ ແລະ ອຸສະເບກິດສະຖານ ການແຂ່ງຂັນARMY GAME 2021

890

ໃນວັນທີ 14 ສິງຫາ 2021 ຄະນະກຳມະການຈັດການແຂ່ງຂັນ ກິລາການທະຫານ(ARMY GAME 2021 ) ຂອງເຫຼົ່າຮົບຊ່າງແສງ ໄດ້ຈັດພິທີຈົກສະຫລາກ ແບ່ງສາຍ ໃນປະເພດກິລາ ເສັ້ນທາງທີ່ປອດໄພ ຂື້ນ ທີ່ຢູ່ທີ່ສະໝາມຫັດ ອານເດຣເຢຍສະກີ ເມືອງຈູເມັນ ສ.ຣັດເຊຍ , ເຂົ້າຮ່ວມໃນພິທີ ມີ ພັນເອກ ໂຈຣະນື ຫົວໜ້າຄະນະກຳມະການ ກິລາຂອງເຫຼົ່າຮົບຊ່າງແສງ ສະຫະພັນລັດເຊຍ ເຂົ້າຮ່ວມ ເປັນປະທານ ,ສວນທິມນັກກິລາເຫຼົ່າຊ່າງແສງ ມີສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າ ຄະນະນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ. ມີບັນດາ ຄະນະຮັບຜິດຊອບ ພ້ອມດ້ວຍ ນັກກິລາແຕ່ລະປະເທດເຂົ້າຮ່ວມ.


ໃນພິທີ ປະເທດເຈົ້າພາບກໍ່ໄດ້ຂື້ນກ່າວ ເປີດພິທີຢ່າງເປັນທາງການ ແລະ ຜ່ານຂໍ້ກຳນົດກະຕິກາ ກ່ຽວກັບການແຂ່ງກິລາຈາກນັ້ນ ຫົວໜ້າຄະນະນັກກິລາ ແຕ່ລະປະເທດ ກໍ່ໄດ້ຜັດປ່ຽນກັນຂື້ນຈົກສະຫຼາກ ເພື່ອແບ່ງສາຍການແຂ່ງຂັນ, ການເຂົ້າຮ່ວມແຂ່ງຂັນກິລາ ການທະຫານ (ARMY GAME 2021 ) ປະເພດ ເສັ້ນທາງທີ່ປອດໄພ ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ປະກອບມີ 8 ປະເທດ ເຂົ້າຮ່ວມ ແລະ ສຳລັບທິມນັກກິລາເຫຼົ່າຊ່າງແສງ ກອງທັບປະຊາຊົນລາວເຮົາແມ່ນຈົກສະຫຼາກໄດ້ ຢູ່ສາຍທີ 01 ປະກອບມີ 04 ທິມ ຄື: ສະຫະພັນຣັດເຊຍ, ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ, ເບລາລຸດ ແລະ ອຸສະເບກິດສະຖານ.

ສາຍທີ2ປະກອບມີ: ອິນເດຍ,ເອຢິບ,ເວເນຊູເອລາ ແລະ ຫວຽດນາມ, ສ່ວນການແຂ່ງຂັນແມ່ນຈະໄດ້ຈັດຂື້ນວັນທີ 24 ສິງຫາ2021ນີ້,ສຳລັບການເຂົ້າຮ່ວມການແຂ່ງຂັນ (ARMY GAME 2021)ຂອງ ກອງທັບປະຊາຊົນລາວແມ່ນມີຄວາມໝາຍ-ຄວາມສຳຄັນທີ່ສຸດ ທັງເປັນການ ສ້າງສາຍພົວພັນ ມິດຕະພາບ ຮັດແໜ້ນຄວາມສາມັກຄີ ກັບບັນດາປະເທດ ທີ່ເຂົ້າຮ່ວມໂດຍສະເພາະ ແມ່ນເພື່ອຍົກສູງສາຍພົວພັນ ມິດຕະພາບ ລະຫວ່າງ ກອງທັບ ປະຊາຊົນລາວ ກັບ ກອງທັບ ສ.ລັດເຊຍ ແລະ ເພື່ອເປັນການ ຖອດຖອນບົດຮຽນ ໃນວຽກງານວີຊາສະເພາະ ເຫຼົ່າຮົບຊ່າງແສງ ໃຫ້ນັບມື້ ເຕີບໃຫ່ຍ, ເຂັ້ມແຂງ ທັນສະໄໝ.