ລັດຖະມົນຕີກະຊວງການເງິນລາວ-ຫວຽດນາມ ພົບປະແລກປ່ຽນບັນຫາສຳຄັນຜ່ານກອງປະຊຸມທາງໄກ

810

ໃນວັນທີ 13 ສິງຫາ 2021 ທີ່ກະຊວງການເງິນ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ໄດ້ປະຊຸມພົບປະແລກປ່ຽນທ່ານ ປອ ໂຮ ດຶກ ເຝິກ ລັດຖະມົນຕີກະຊວງການເງິນແຫ່ງ ສສ ຫວຽດນາມ ເພື່ອເປັນການຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງກະຊວງການເງິນລາວ ແລະ ຫວຽດນາມທີ່ໄດ້ມີແຜນການຮ່ວມມືກັນ, ໂດຍສະເພາະໄດ້ມີການແລກປ່ຽນບົດຮຽນ, ຝຶກອົບຮົມວຽກງານວິຊາສະເພາະໃຫ້ແກ່ພະນັກ ງານການເງິນລາວ, ການສ້າງ-ປັບປຸງນິຕິກໍາ ແລະ ກົງຈັກການຈັດຕັ້ງກໍຄືການຊ່ວຍເຫຼືອເຄື່ອງອຸປະກອນ ແລະ ກໍ່ສ້າງໂຄງລ່າງພື້ນຖານອື່ນໆ.

ໃນກອງປະຊຸມ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ລາຍງານໂດຍຫຍໍ້ສະພາບເສດຖະກິດ-ການເງິນຂອງ ສປປ ລາວ ໃນປີ 2020 ແລະ 6 ເດືອນຕົ້ນປີ 2021 ຜ່ານມາ. ພ້ອມນັ້ນ, ຍັງໄດ້ແລລກປ່ຽນສະພາບການເງິນຂອງສປປ ລາວ ແລະ ແລກປ່ຽນການຮ່ວມມືລະຫວ່າງສອງກະຊວງ, ນັບແຕ່ມື້ເຊັນສັນຍາຮ່ວມມືກັນຄັ້ງທຳອິດລະຫວ່າງສອງກະຊວງການເງິນໃນປີ 2004 ເຫັນໄດ້ຮັບຜົນສໍາເລັດໃນຫຼາຍດ້ານ.

ໂດຍສະເພາະແມ່ນການຊ່ວຍເຫຼືອຂອງກະຊວງການເງິນຫວຽດນາມໃຫ້ແກ່ກະຊວງການເງິນລາວ, ໃນວຽກງານຍົກສູງຄວາມສາມາດດ້ານວິຊາສະເພາະ ເພື່ອເປັນການເພີ່ມພູນຄູນສ້າງຕໍ່ສາຍສຳພັນຄວາມສາມັກຄີແບບພິເສດລະຫວ່າງສອງຊາດລາວ-ຫວຽດນາມ ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການຄຸ້ມຄອງພື້ນຖານເສດຖະກິດໃນຕໍ່ໜ້າ, ຊຶ່ງມັນໄດ້ຊ່ວຍໃຫ້ພະນັກງານ-ລັດ ຖະກອນລະຫວ່າງສອງຂະແໜງການເງິນສປປ ລາວ ແລະ ສສ ຫວຽດນາມໄດ້ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ,ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບແບບພິເສດ,ສາຍພົວພັນຮ່ວມມືແບບຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ.

ໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີກະຊວງການເງິນ ແຫ່ງ ສປປ ລາວ ຍັງໄດ້ກ່າວຂໍສະແດງຄວາມຂອບໃຈຢ່າງລົ້ນເຫຼືອຕໍ່ການຮ່ວມມືຢ່າງຮອບດ້ານ, ກໍຄືການຊ່ວຍເຫຼືອຂອງກະຊວງການເງິນຫວຽດນາມໃຫ້ກະຊວງການເງິນລາວ ໃນການສ້າງແຜນຍຸດທະສາດ, ວາງແຜນນະໂຍບາຍ,ສ້າງ-ປັບປຸງນິຕິກຳ, ວຽກງານຈັດຕັ້ງພະນັກງານ, ບຳລຸງກໍ່ສ້າງພະນັກງານ, ລວມທັງການຊ່ວຍເຫຼືອອຸປະກອນເຄື່ອງມື ແລະ ກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ໂຄງການກໍ່ສ້າງປັບປຸງຍົກລະດັບວິທະຍາໄລການເງິນພາກເໜືອ, ໂຄງການກໍ່ສ້າງປັບປຸງຍົກລະດັບວິທະຍາໄລການເງິນພາກໃຕ້ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງສະຖາບັນເສດຖະກິດການເງິນດົງຄໍາຊ້າງແຕ່ໄລຍະ 1 ຮອດ ໄລຍະ 3, ຊຶ່ງໄລຍະ 3 ມີຄວາມຄືບໜ້າປະມານ 80% ຄາດວ່າຈະສໍາເລັດໃນທ້າຍປີ 2021 ນີ້.

ພ້ອມກັນນັ້ນ, ລັດຖະມົນຕີກະຊວງການເງິນແຫ່ງ ສປປ ລາວ ຍັງໄດ້ສະເໜີໃຫ້ລັດຖະມົນກະຊວງການເງິນສສ ຫວຽດນາມ ຊ່ວຍສືບຕໍ່ຊ່ວຍໃຫ້ການສະໜັບສະໜູນໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງຢູ່ວິທະຍາໄລການເງິນພາກເໜືອຢູ່ແຂວງຫຼວງພະບາງຕື່ມ ເນື່ອງຈາກໂຄງການດັ່ງກ່າວແມ່ນຢູ່ໃນແຜນການຊ່ວຍຂອງລັດຖະບານ ສສ ຫວຽດນາມ ແລະ ກະຊວງການເງິນລາວຈະຫັນມະຫາວິທະຍາໄລດັ່ງກ່າວ ເປັນສູນຝຶກວຽກງານການເງິນໃຫ້ແກ່ພະນັກງານການເງິນໃນທົ່ວປະເທດ ແລະ ສະເໜີໃຫ້ມີການຈັດກອງປະຊຸມແລກປ່ຽນໃນລະດັບການນໍາປີລະຄັ້ງ.