ຮູ້ຈັກ ສໍາພະສິດ ຜູ້ຊະນະເລີດເດາະບານຊີງເງິນລ້ານ 2021(ມີຄລິບ)

525

ເປັນປີທໍາອິດທີ່ມີການການແຂ່ງຂັນເດາະບານ ກໍຄືການແຂ່ງຂັນເດາະບານຊີງເງິນລ້ານໃນຫົວຂໍ້ທີ່ວ່າ “ຢຸດເຊື້ອ ເພື່ອຊາດ ເດາະບານຢູ່ບ້ານ ລຸ້ນເງິນລ້ານ ກັບ ສຸກອາພອນ ວົງຈຽນຄຳ” ສໍາເລັດຢ່າງເປັນທາງການໃນເດືອນກໍລະກົດ ທີ່ຜ່ານມາ ໂດຍມີນັກກີລາເຂົ້າຮ່ວມທັງໝົດ 50 ຄົນເຊິ່ງຮອບທໍາອິດເດາະບານດ້ວຍຕີນ ຄັດເອົາ 25 ຄົນຜົນງານທີ່ດີທີ່ສຸດເຂົ້າຮອບ 2.

ໃນຮອບ 2 ເດາະບານດ້ວຍເຂົ່າຈໍາກັດເວລາ 10 ນາທີ ແລະ ຮອບສຸດທ້າຍເດາະບານ ພ້ອມທ່າຕ່າງໆ ປາກົດວ່າ ຊະນະເລີດເປັນຂອງ ສຳພະສິດ ຫຼວງອາໄພ ຕົວແທນຈາກນະຄອນຫຼວງ, ອັນດັບ 2 ສອນເພັດ ຮຸ່ງມີໄຊ ຕົວແທນຈາກແຂວງ ຫຼວງພະບາງ ແລະ ອັນດັບ 3 ວິລະກອນ ວິໄລທອງ ຕົວແທນຈາກ ນະຄອນຫຼວງວຽງຈັນ. ດັ່ງນັ້ນ ມື້ນີ້ເຮົາຈະໄປຮູ້ຈັກກັບ ທ້າວ ສໍາພະສິດ ວ່າມີທີ່ມາທີ່ໄປແນວໃດ.

ສໍາພະສິດ ເລົ່າວ່າ: ຈຸດເລີ່ມຕົ້ນທິີ່ຈະເປັນນັກເດາະບານກໍເລີ່ມມາຈາກການເປັນນັກເຕະບານກັບສະໂມສອນເຍົາວະຊົນຕ່າງໆ ຈົນມາເຫັນ ໂຣນັລດິນໂຢ ກອງໜ້າທີມຊາດບຣາຊິນ ໂລລີດາ ແລະ ເດາະບານໃນທ່າຕ່າງ ກໍໍ່ເລີ່ມຮັກມັກ ແລະ ຢາກເປັນແບບລາວ ກໍເລີ່ມຝຶກ ຈົນເຫັນຮຸ່ນອ້າຍເດາະບານຢູ່ທາດຫຼວງທີ່ມີຄວາມເກັ່ງຫຼາຍ ກ່່ອນຈະເຂົ້າໄປຫາເພື່ອຝຶກຊ້ອມນໍາເຂົາເຈົ້າ ແລະ ຮຽນນໍາຢູທູບນໍາ ເຊິ່ງຈຸດເລີ່ມຕົ້ນໃນການເດາະບານຢ່າງຈິງຈັງມາແຕ່ປີ 2014.

“ ແນ່ນອນການແຂ່ງຂັນເດາະບານຊີງເງິນລ້ານ ນ້ອງໄດ້ປະສົບການ, ໄດ້ໝູ່ໃໝ່ ແລະ ແລກປ່ຽນທັກສະນະກັບໝູ່ທີ່ມາແຂ່ງຂັນນໍາກັນ ເຊິ່ງຮອບທໍາອິດບໍ່ຍາກຫຼາຍໄດ້ 1.212ຄັ້ງ, ຮອບທີ 2 ແມ່ນເດາະເຂົ່າເປັນໂຈດທີ່ຍາກ ແຕ່ນ້ອງກໍສາມາດຜ່ານມາເດາະໄດ້ 278 ຄັ້ງ ແລະ ຮອບສຸດທ້າຍຄືການເດາະບານໂຊລີລາຕ່າງເຊິ່ງເປັນທີ່ນ້ອງຖະນັດ ເຊິ່ງນ້ອງກໍເຮັດໄດ້ດີໄດ້ຄະແນນສູງສຸດ 31 ຄະແນນຄວ້າແຊັມໄປຄອງ. ແນ່ນອນການເດາະບານຄັ້ງນີ້ແມ່ນມີຄວາມກົດດັນ ເນື່ອງຈາກມີທາງກໍາມະການໂທວີດີໂອຄໍມາຫາ, ໃຫ້ໂອກາດຈໍາກັດ ແລະ ອື່ນໆຕາມໂຈດຕ່າງໆ. ຢ່າງໃດກໍຕາມ, ໃນລະດູການຕໍ່ໄປ ນ້ອງກະຈະຝຶກຊ້ອມຈາກຮຸ່ນອ້າຍ ແລະ ຢູທູບ ເພື່ອເອົາມາແຂ່ງຂັນຕໍ່ໄປ ” ສໍາພະສິດ ກ່າວ.

ສໍາລັບ ສໍາພະສິດ ເກີດວັນທີ 14 ຕຸລາ 2000 ທີ່ບ້ານໜອງບົວທອງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ປັດຈຸບັນຮຽນຢູ່ ສະຖາບັນວິຈິດສິນ ແລະ ກໍຮັບງານແຕ້ມຮູບອື່ນໆ ກ່າວອີກວ່າ: ຄວາມຝັນໃນອະນາຄົດດ້ານອາຊີບກໍຢາກເປັນສິລະປິນ ເຮັດວຽກອິດສະຫຼະ ເຊິ່ງປັດຈຸບັນກໍຮັບງານຟຣີແລນບໍ່ວ່າຈະເປັນການແຕັມຮູບ ໃສ່ຜະໜັງ, ຜາ ແລະ ອື່ນໆ, ສ່ວນ ດ້ານການເດາະບານກໍຢາກກ້າວໄປສູ່ການແຂ່ງຂັນໃນລະດັບສາກົນໃນນາມຕົວແທນທີມຊາດ ໂດຍສະເພາະແມ່ນມີຄວາມຝັນຢາກລົງແຂ່ງຂັນໃນລາຍການ ເຣດບູລ ສະຕຣີດ ສະໄຕທ໌ ທີ່ຈັດຂຶ້ນໃນທົ່ວໂລກ ເພື່ອໃຫ້ໂລກຮູ້ວ່າ ລາວກໍມີນັກເດາະບານຟຣີສະໄຕທ໌.

ຂ່າວ-ຮູບ: ຫຼ້າ MKP