ທູເຄິລ ຢືນຢັນຕັ້ງໃຈປ່ຽນຜູ້ຮັກສາປະຕູເພື່ອຈຸດໂທດ ກ່ອນພາ ເຊລຊີ ຄວ້າແຊັມ ຊູເປີຄັບ

461
Chelsea's goalkeeper Kepa Arrizabalaga saves the final shot during the penalty shootout of the UEFA Super Cup soccer match between Chelsea and Villarreal at Windsor Park in Belfast, Northern Ireland, Wednesday, Aug. 11, 2021. (AP Photo/Peter Morrison)

ໂທມັສ ທູເຄິລ ຜູ້ຈັດການທີມຂອງ ເຊລຊີ ຢືນຢັນວ່າ: ທີມໄດ້ກຽມຄວາມພ້ອມສໍາລັບການສົ່ງ ເກປາ ອາຣິຊາບາລາກາ ຜູ້ຮັກສາປະຕູຊາວແອັດສະປາຍ ລົງມາເປັນຕົວສໍາຮອງ ເພື່ອໄວ້ປ້ອງກັນຈຸດໂທດຢູ່ແລ້ວ ກ່ອນທີ່ຈະເປັນໄປຕາມຄາດດ້ວຍການປ້ອງກັນໄດ້ 2 ຈຸດໂທດ ໃນດວນຈຸດໂທດເອົາຊະນະ ບີຢາຣີລ ຄວ້າແຊັມ ຢູຟາ ຊູບເປີຄັບ ມາຄອງເປັນສະໄໝທີ 2 ເມື່ອວັນທີ 11 ສິງຫາ 2021.

ນັດດັ່ງກ່າວ ທັງສອງທີມສະເໝີກັນ 1-1 ໃນໄລະຍະເວລາ 90 ນາທີ ກ່ອນຕໍ່ເວລາພິເສດ 120 ກໍຍັງເຮັດຫຍັງກັນບໍ່ໄດ້ ຈົນຕ້ອງໄປຕັດສິນກັນດ້ວຍການດວນຈຸດໂທດ ແລະ ເປັນ ເຊລຊີ ທີ່ເອົາຊະນະ ບີຢາຣີລ 6-5 ຄວ້າແຊັມໄປຄອງ ເຊິ່ງທີ່ສໍາຄັນກໍເປັນ ເກປາ ຜູ້ຮັກສາປະຕູເຊລຊີ ທີ່ສາມາດປ້ອງກັນໄດ້ເຖິງ 2 ຈຸດໂທດ.

ຫຼັງຈົບການແຂ່ງຂັນ ທູເຄິລ ກ່າວວ່າ: “ ມັນບໍ່ໄດ້ເກີດຂຶ້ນຕາມທໍາມະຊາດ, ພວກເຮົາມີປຶກສາຫາລືກັບຜູ້ຮັກສາປະຕູມາກ່ອນແລ້ວ. ດັ່ງນັ້ນ ພວກເຮົາຈິງມີການວິເຄາະສະຖິຕິເປັນຢ່າງດີ, ມີການກຽມພ້ອມ ແລະ ເກປາ ກໍມີສະຖິຕິການປ້ອງກັນຈຸດໂທດດີທີ່ສຸດ ເຊິ່ງໃນທີ່ສຸດພວກເຮົາກໍເຮັດໄດ້ ”.

ຮູບຈາກ: AP