ກຸ້ງອົບເສັ້ນລ້ອນ ຫອມແຊບມັນເຍີ້ມໆ ເຮັດງ່າຍໆດ້ວຍໝໍ້ໜ່ວຍດຽວ

558

ເມນູກຸ້ງອົບເສັ້ນລ້ອນສູດທີ່ເຮັດງ່າຍພຽງແຕ່ໃຊ້ໝໍ້ກະທະພຽງແຕ່ໜ່ວຍດຽວ ສູດນີ້ເຮັດງ່າຍຖືກໃຈຄົນມັກເມນູເສັ້ນໆ ພ້ອມແລ້ວເຮົາໄປເຮັດເມນູນີ້ພ້ອມກັນເລີຍ.May be an image of food and indoor

ສ່ວນປະສົມ: ກຸ້ງນ້ຳຈືດ, ເສັ້ນລ້ອນ 80 ກຣາມ, ນ້ຳຕານ 2 ບ່ວງແກງ, ສະອິວດຳ 2 ບ່ວງຊາ, ຊັອດຫອຍ 2 ບ່ວງແກງ, ສະອິວຂາວ 2 ບ່ວງແກງ, ນ້ຳຊຸບ 1 ຖ້ວຍ, ເບຄອນ, ຂີງແກ່, ກະທຽມ, ພິກໄທດຳ, ພິກໄທຂາວ ແລະ ຜັກຫອມ.May be an image of food and indoor

ວິທີເຮັດ

ປະສົມເຄື່ອງປຸງໂດຍໃສ່ນ້ຳຕານ, ສະອິວດຳ, ຊັອດຫອຍ, ສະອິວຂາວ ແລະ ນ້ຳຊຸບປະສົມໃຫ້ເຂົ້າກັນ.

ເອົາກຸ້ງລົງໄປແຊ່ໃນນ້ຳເຄື່ອງປຸງ ແລ້ວຕັກຂຶ້ນມາວາງປະໄວ້.

ຈາກນັ້ນກໍເອົາເສັ້ນລ້ອນ ( ທີ່ແຊ່ນ້ຳ ) ລົງໄປຄົນກັບສ່ວນປະສົມ.

May be an image of food and indoor

ນຳເອົາໝໍ້ກະທະມາຄ້າງໄຟອ່ອນໆ ຜັດເບຄອນ, ຂີງແກ່, ກະທຽມ ແລະ ພິກໄທດຳ.

ໃສ່ເສັ້ນລ້ອນລົງໄປໃນໝໍ້ຕາມດ້ວຍກຸ້ງ ແລະ ຜັກເຊເລີຣີ ໂຮຍພິກໄທຂາວ.

ປິດຝາໝໍ້ອົບ ອົບດ້ວຍໄຟອ່ອນ 5 ນາທີ

ຮຽບຮ້ອຍແລ້ວກໍຍົກລົງມາຈາກເຕົາ ໂຮຍຫອມບົວໃບ ເສີບຕັ້ງໃສ່ໝໍ້ກະທະ ຫຼື ຈະຕັກໃສ່ຈານເສີບກໍໄດ້ຕາມສະດວກ.

ກຸ້ງນ້ຳຈືດອົບເສັ້ນລ້ອນ ໂດຍໃຊ້ໝໍ້ກະທະ ກຸ້ງເດັ້ງ ມັນເຍີ້ມໆ ກັບເສັ້ນນຸ້ມໆ.

May be an image of crustacean, food and indoor

ທີ່ມາ: https://cooking.kapook.com/view205267.html