ຜົນການແບ່ງສາຍຄືນໃໝ່! ຢູ 23 ລາວ ຢູ່ສາຍ J ຮ່ວມກັບ ໄທ, ມາເລເຊຍ ແລະ ມົງໂກລີ ຄືເກົ່າຄັດບານເຕະຊີງແຊັມອາຊີ 2022

585

ສະຫະພັນບານເຕະອາຊີ ( ເອເອັຟຊີ ) ຈັດພິທີຈັບສະຫຼາກແບ່ງສາຍ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອຸເບກິດສະຖານ 2022 ຫລື AFC U23 Asian Cup Uzbekistan 2022 ຮອບຄັດເລືອກ ຄືນໃໝ່ໃນວັນທີ 11 ສິງຫາ 2021 ຢູ່ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ຫຼັງຈາກທີ່ກ່ອນໜ້ານີ້ສໍາເລັດໄປແລ້ວ ແຕ່ທີມຊາດສປປ ເກົາຫຼີ ປະກາດຖອນຕົວຈິງເຮັດໃຫ້ມີການຈັບສະຫຼາກແບ່ງສາຍອີກຄັ້ງ

ປາກົດວ່າ: ທີມຊາດລາວ ຢູ່ຮ່ວມກຸ່ມ J ປະກອບມີ ທີມຊາດໄທ, ທີມຊາດມາເລເຊຍ ແລະ ທີມຊາດມົງໂກລີ ( ເຈົ້າພາບ ກຸ່ມ J ) ຄືເກົ່າບໍ່ມີການປ່ຽນແປງ ສ່ວນກຸ່ມອື່ນໆມີດັ່ງຮູບລຸ່ມນີ້:

ສໍາລັບ ການແຂ່ງຂັນແມ່ນຈະເລີ່ມແຂ່ງຂັນໃນວັນທີ 23 – 31 ຕຸລາ 2021 ອັນດັບ 1 ໃນຈຳນວນ 11 ກຸ່ມ ແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 4 ທີມຈະໄດ້ຜ່ານເຂົ້າຮອບສຸດທ້າຍ ທີ່ປະເທດອຸດເບກິດສະຖານ ເຈົ້າພາບ.

ຮູບຈາກ: ສຕລ ແລະ AFC CUP