“ ເລືອດດັງໄຫຼ ” ອາດສ່ຽງ 4 ພະຍາດຮ້າຍ

751

ສັນຍານອັນຕະລາຍຂອງພະຍາດຈາກອາການ “ ເລືອດດັງໄຫຼ ” ມີຫຍັງແດ່:

ເລືອດດັງໄຫຼ ( Epistaxis ) ຄືພາວະເລືອດອອກທາງດັງ ແບ່ງອອກເປັນ 2 ສ່ວນຄື: ພາວະເລືອດອອກທາງດັງດ້ານໜ້າ ແລະ ພາວະເລືອດອອກທາງດັງດ້ານຫຼັງໂພງດັງ ເຊິ່ງສ່ວນໃຫຍ່ມັກມີສາເຫດທີ່ອັນຕະລາຍກວ່າພາວະເລືອດອອກທາງດ້ານດັງທາງໜ້າ.

ດັ່ງນັ້ນ, ເມື່ອເລືອດດັງໄຫຼ ອາດເປັນສັນຍານເຕືອນໄພຂອງພະຍາດ ເຊັ່ນ:

1 ເນື້ອງອກ

ສາເຫດ: ມະເຮັງ ຫຼື ເນື້ອງອກຊະນິດບໍ່ຮ້າຍແຮງທີ່ມີເສັ້ນເລືອດມາລ້ຽງ ເກີດຂຶ້ນໃນດັງໄຊນັສ ຫຼື ຫຼັງໂພງດັງ.

ອາການ: ເລືອດອອກເປັນບາງຄັ້ງ ຫຼື ເລືອດອອກທາງດັງປະລິມານຫຼາຍຄວນສ່ອງກ້ອງກວດໂພງດັງ ຫຼື ເອັກສະເລເພື່ອກວດບົ່ງມະຕິພະຍາດ.

2 ການລະຄາຍເຄື່ອງ ຫຼື ບາດເຈັບໃນດັງ

ສາເຫດ: ແກະດັງເປັນປະຈຳ, ໄດ້ຮັບແຮງກະທົບຢູ່ດັງ, ສັ່ງນ້ຳມູກແຮງໆ, ອາກາດແຫ້ງຄວາມກົດອາກາດປ່ຽນແປງຢ່າງໄວວາ ເຊັ່ນຂຶ້ນຍົນ.

ອາການ: ເລືອກມັກອອກບໍ່ຫຼາຍ ແລະ ເປັນໄລຍະເວລາສັ້ນໆ ອາດມີເລືອດອອກຊ້ຳໃນເວລາໃກ້ເຊົາ.

3 ການອັກເສບໃນໂພງດັງ

ສາເຫດ: ຈາກການຕິດເຊື້ອໄວຣັສ, ພູມແພ້, ໄຊນັສອັກເສບ, ໃຊ້ເຄື່ອງອັດອາກາດຂະນະຫຼັບ.

ອາການ: ມີເລືອດອອກປົນມາກັບນ້ຳມູກ.

4 ຄວາມຜິດປົກກະຕິທາງກາຍວິພາກ

ສາເຫດ: ຝາຜະໜັງກັ້ນຊ່ອງດັງຄົດ ຫຼື ມີກະດູກງອກຜິດບ່ອນ ລວມເຖິງມີຮູຊອດເຮັດໃຫ້ເກີດຄວາມບໍ່ສົມດຸນຂອງອາກາດ.

ອາການ: ເລືອດມັກໄຫຼໃນດັງຂ້າງເກົ່າ ແລະ ເປັນຊ້ຳໃນຈຸດທີ່ຝາຜະໜັງຊ່ອງດັງຄົດ ຫຼື ມີກະດູກງອກ.

ທີ່ມາ: https://www.sanook.com/health/29833/?utm