ສູດເມນູ “ ກະຈຽບຂຽວເພື່ອສຸຂະພາບ ” ທີ່ຄົນຍີ່ປຸ່ນມັກຮັບປະທານ

900

“ ກະຈຽບຂຽວ ” ເປັນວັດຖຸດິບທີ່ຄົນຍີ່ປຸ່ນນິຍົມນຳມາຮັບປະທານ ເພາະກະຈຽບຂຽວມີປະໂຫຍດຕໍ່ກະເພາະອາຫານ ແລະ ລຳໄສ້ຂອງເຮົາຫຼາຍ; ນອກຈາກນີ້ຍັງຊ່ວຍໃນເລື່ອງຂອງອາການອ່ອນເພຍ ເມື່ອຍລ້າຈາກອາກາດຮ້ອນຂອງແດດ ແນ່ນອນຜູ້ຂຽນເອງແມ່ນໄດ້ກ່າວເຖິງປະໂຫຍດຂອງກະຈຽບຂຽວໄປກ່ອນໜ້ານີ້ແລ້ວ.

May be an image of food

ມື້ນີ້ກໍຈະນຳເອົາສູດການກິນກະຈຽບຂຽວທີ່ຄົນຍີ່ປຸ່ນນຳມາຮັບປະທານ ເພື່ອສຸຂະພາບຮ່າງກາຍຂອງເຂົາເຈົ້າມາຝາກແຟນຂ່າວທຸກທ່ານ ເຮົາໄປເບິ່ງວິທີເຮັດກິນກັນເລີຍ.

ວັດຖຸດິບ: ກະຈຽບຂຽວ 5 – 7 ໜ່ວຍ, ໄຂ່ຕົ້ມອອນເຊັນ ຫຼື ໄຂ່ຕົ້ມຢາງໝາກຕູມ 1 ໜ່ວຍ, ນ້ຳຊຸບເຂັ້ມຂຸ້ນເມັນຊຶຍຸ 2 ບ່ວງແກງ, ນ້ຳຕົ້ມສຸກ 2 ບ່ວງແກງ ແລະ ເຂົ້າຈ້າວ 1 ຖ້ວຍ.

May be an image of food and indoor

ວີທີເຮັດ

1 ເອົາກະຈຽບຂຽວມາລ້າງໃຫ້ສະອາດ ໃຊ້ມີດປາດເອົາຂວັ້ນອອກເລັກໜ້ອຍ.

2 ຕົ້ມນ້ຳພໍຟົດແລ້ວກໍເອົາກະຈຽບຂຽວລົງໄປຕົ້ມປະມານ 1 ນາທີ ແລ້ວນຳມາລ້າງໃນນ້ຳເຢັນ.

3 ຊອຍກະຈຽບເປັນ 3 ທ່ອນ ນຳໃສ່ເຄື່ອງປັ່ນ ຕື່ມນ້ຳຊຸບເຂັ້ມຂຸ້ນເມັນຊຶຍຸ ແລະ ນ້ຳລົງໄປປັ່ນຈົນກະຈຽບຂຽວລະອຽດ, ຈາກນັ້ນເອົາບ່ວງຕັກລາດໜ້າເຂົ້າຈ້າວ ແລ້ວໃສ່ໄຂ່ອອນເຊັນ ຫຼື ໄຂ່ຢາງໝາກຕູມລົງໄປ ຫາກມັກລົດຊາດເຜັດກໍສາມາດຫາເຄື່ອງຄຽງມາກິນຄູ່ໄດ້ ທ່ານສາມາດຮັບປະທານໄດ້ທຸກມື້ຕາມຄວາມມັກ.

May be an image of 1 person and food

ນອກຈາກກະຈຽບຂຽວແລ້ວ ຜັກທີ່ຄົນຍີ່ປຸ່ນແນະນຳວ່າຈະຊ່ວຍປ້ອງກັນ ແລະ ບັນເທົາອາການເມື່ອຍລ້າຈາກຄວາມຮ້ອນໄດ້ດີ ມີດັ່ງນີ້: ຖົ່ວແລະຍີ່ປຸ່ນ ຫຼື ເອດາມາເມະ, ໝາກເຫຼ່ນ, ໝາກເຂືອມ່ວງ, ໝາກໂຕ່ນຂຽວ ແລະ ໝາກມະລະຍີ່ປຸ່ນ ເປັນຕົ້ນ.

ທີ່ມາ: https://www.sanook.com/health/29729/