ຮອງນາຍົກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ

357

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ລະຫວ່າງວັນທີ 31 ກໍລະກົດ ຫາ ວັນທີ 1 ສິງຫາ2021.ພາຍຫລັງເດີນທາງມາຮອດສະຖານີລົດໄຟນາຫມໍ້ ກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ທ່ານ ວົງສະຫວັນ ໄຊຍະວົງ ເຈົ້າເມືອງໆນາຫມໍ້ ພ້ອມດ້ວຍຄະນະ.


ຈາກນັ້ນ ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມຄະນະ ກໍໄດ້ໄປຢ້ຽມຊົມເບິ່ງການກໍ່ສ້າງສະຖານີລົດໄຟນາຫມໍ້ ແລະ ໂຄງການກໍ່ສ້າງບ້ານຈັດສັນໃຫ້ແກ່ປະຊາຊົນບ້ານນາຫມໍ້ໃຕ້ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງເປັນການຊ່ວຍເຫລືອລ້າຈາກລັດຖະບານ ສປຈີນ ລວມມີທັງຫມົດ 60 ຄອບຄົວ, ມີ 251 ຄົນ ຕາມແຜນກໍ່ສ້າງເຮືອນມີສາມປະເພດ ຄື: ຂະຫນາດນ້ອຍ, ຂະຫນາດກາງ ແລະ ຂະຫນາດໃຫຍ່, ປະກອບມີລະບົບສະຫນອງນ້ຳ, ລະບາຍນ້ຳ, ສະຫນອງໄຟຟ້າ ແລະ ວຽກໂທລະພາບດີຈີຕອນ, ປະກອບໃຫ້ມີຫ້ອງການບ້ານ, ໂຮງຮຽນອະນຸບານ, ໂຮງໝໍນ້ອຍ, ເດີນກິດຈະກໍາຂະຫນາດນ້ອຍ, ສະຖານທີ່ເກັບຂີ້ເຫຍື້ອ, ຫ້ອງນ້ຳສາທາລະນະ, ເຂດຂຽວພາຍໃນຫມູ່ບ້ານ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ແລະຈະໄດ້ກໍ່ສ້າງເສັ້ນທາງພາຍໃນ ແລະ ນອກ ບ້ານ ແລະ ສິ່ງອໍານວຍຄວາມສະດວກຂັ້ນພື້ນຖານໃນການຄົມມະນາຄົມ.

ປັດຈຸບັນ ໄດ້ສໍາເລັດການກໍ່ສ້າງວຽກຮາກຖານຂອງອາຄານ ຈຳນວນ 55 ຫຼັງ. ຈາກນັ້ນ ທ່ານຮອງນາຍົກ ພ້ອມຄະນະ ກໍໄດ້ເດີນທາງດ້ວຍລົດໄຟທີ່ຮັບໃຊ້ໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມາເມືອງໄຊ ໂດຍມີການນຳແຂວງຕ້ອນຮັບຢູ່ທີ່ໂຮງແຮມສິງຫາ.

ໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງອຸດົມໄຊຄັ້ງນີ້ ທ່ານຍັງໄດ້ນຳເອົາເງິນສົດ ຈຳນວນ 130 ລ້ານກີບ ມາມອບໃຫ້ແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການພັດທະນາແຂວງອຸດົມໄຊ.

ພາບ-ຂ່າວ: ແສງອາທິດ