ໄລຍະໃດອາກາດເລີ່ມຮ້ອນແດ່ ກິນນ້ຳເຢັນໃສ່ກໍພໍໄດ້ມີແຮງສົດຊື່ນ ແຕ່ຈະໃຫ້ດີກວ່ານີ້ກໍຕ້ອງເພີ່ມຄວາມຫວານເຢັນ ເຊັ່ນ: ກະແລັມເຂົ້າສູ່ຮ່າງກາຍພໍຈະໄດ້ຄາຍຮ້ອນແດ່ ເຊິ່ງຫຼາຍຄົນມັກກິນກະແລັມແຕ່ກໍຄິດງໍ້ວ່າມັນຈະເຮັດກິນເອງຍາກ ຫຼື ບໍ່?.
ມື້ນີ້ຜູ້ຂຽນເລີຍໄປຊອກຫາສູດກະແລັມແບບບ້ານໆ ທີ່ເຮັດກິນເອງແບບບໍ່ຫຍຸ້ງຍາກພຽງແຕ່ມີເຄື່ອງປັ່ນກໍສາມາດເຮັດກະແລັມກະທິໝາກພ້າວຫອມໆ ແຊບໆ ມັນໆ ກິນເອງໄດ້ຢູ່ເຮືອນແລ້ວ ບໍ່ເວົ້າຫຼາຍເຮົາໄປເບິ່ງສ່ວນປະກອບກັນເລີຍ:
ວັດຖຸດິບກະແລັມກະທິໝາກພ້າວ
ກະທິກ່ອງ ຫຼື ກະທິສົດ 2 ຖ້ວຍ ( 500 ມິນລີລິດ )
ນ້ຳຕານຊາຍ 1/2 ຖ້ວຍ
ແປ້ງສາລີ 1/4 ຖ້ວຍ
ກິ່ນວານິລາ 1 ຊີຊີ
ຖົ່ວດິນຂົ້ວ ຫຼື ສາລີໂຮຍໜ້າ
ວິທີເຮັດ:
1 ອັນດັບທຳອິດແມ່ນປະສົມກະທິ ແລະ ນ້ຳຕານໃຫ້ລະລາຍເຂົ້າກັນໃສ່ກິ່ນວານິລາລົງໄປຄົນໃຫ້ເຂົ້າກັນ ແລ້ວໃສ່ແປ້ງສາລີຄົນຈົນແປ້ງສາລີລະລາຍດີ.
2 ຫຼັງຈາກນັ້ນເອົາສ່ວນປະສົມທັງໝົດມາເທໃສ່ໝໍ້ຄ້າງໄຟກາງຂ້ຽວຈົນໃຫ້ສ່ວນປະສົມຂຸ້ນໜືດ ( ຄົນຕະຫຼອດ ) ແລ້ວປັບໄຟອ່ອນຄົນຕໍ່ຈົນເລີ່ມຟົດເລັກໜ້ອຍ ຈຶ່ງປິດໄຟປົກໝໍ້ອອກປະໄວ້ໃຫ້ເຢັນ.
3 ເທໃສ່ພາຊະນະສຳລັບນຳເຂົ້າຕູ້ເຢັນຊ່ອງແຊ່ແຂງປະມານ 1 ຄືນ.
4 ຫຼັງຈາກນັ້ນກໍນຳເອົາມາປັ່ນ ຫຼື ຄົນຈົນນຽນແລ້ວເອົາເຂົ້າຕູ້ເຢັນຊ່ອງແຊ່ແຂງຕໍ່ອີກ 1 – 2 ຊົ່ວໂມງ.
5 ສັງເກດວ່າກະແລັມແຂງໂຕແລ້ວກໍສາມາດຕັກມາກິນໄດ້ເລີຍ, ຢ່າລືມໂຮຍຖົ່ວດິນ ຫຼື ສາລີໃສ່ພ້ອມເພີ່ມລົດຊາດໃນການກິນ.
ທີ່ມາ: https://www.wongnai.com/recipes/ugc/52d7dbca78b14435a