ຫຼຽນຄໍາທີ 2 ຂອງຊາດອາຊຽນ! ດີອັຊ ສ້າງປະຫວັດສາດຄວ້າຫຼຽນຄໍາໃຫ້ ຟິລິບປິນ ໃນໂອແລມປິກ

425
Hidilyn Diaz of Philippines competes in the women's 55kg weightlifting event, at the 2020 Summer Olympics, Monday, July 26, 2021, in Tokyo, Japan. (AP Photo/Luca Bruno)

ໄຮດີລິນ ດີອັຊ ( DIAZ Hidilyn ) ກີລາຟີລິບປິນຄົນທຳອິດ ສ້າງປະຫວັດສາດ ຄວ້າຫລຽນຄຳ ໃນງານມະຫາກຳກິລາໂອແລມປິກ 2020 ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 26 ກໍລະກົດຜ່ານມາ ກິລາຍົກນໍ້າໜັກປະເພດຍິງ ລຸ້ນນໍ້າໜັກ 55 ກິໂລ

ດີອັຊ ເອົາຊະນະ ຫລຽວ ຊິວຢຸນ ແຊ້ມໂລກຈາກຈີນພຽງ 1 ກິໂລ ໃນທ່າ Snatch ດີອັຊ ຍົກໄດ້ 97 ກິໂລ ແລະ ທ່າ Clean & Jerk ຍົກໄດ້ 127 ກິໂລ ເປັນສະຖິຕິໃໝ່ໂອແລມປິກ ລວມສອງທ່າ 224 ກິໂລ ກໍເປັນສະຖິຕິໃໝ່ຂອງໂອແລມປິກ. ນອກນັ້ນ, ຍັງເປັນຫຼຽນຄໍາຫຼຽນທີ 2 ຂອງຊາດອາຊຽນ ໃນໂອແລມປິກ 2020 ຕໍ່ຈາກ ນ້ອງ ເທັນນິສ ຫຼື ພານິພັກ ທີ່ຍາດໄດ້ຫຼຽນຄໍາຈາກກີລາເທຄວັນໂດ ໃຫ້ກັບທີມຊາດໄທ ໄປກ່ອນໜ້ານີ້.

ສຳລັບ ໄຮດີລິນ ດີອັຊ ປະຈຸບັນ ອາຍຸ 30 ປີ ມີອາຊີບເປັນພະນັກງານໃນກອງທັບອາກາດຟີລິບປິນ, ເຂົ້າຮ່ວມງານໂອແລມປິກ ເປັນຄັ້ງທີ 4 (ທີ່ປັກກິ່ງ ປີ 2008, ລອນດອນ ປີ 2012, ຣິໂອ ເດ ຈາເນໂຣ 2016 ແລະ ໂຕກຽວ 2020) ພະຍາຍາມມາ 16 ປີ ຈົນສາມາດສານຝັນໃຫ້ເປັນຈິງ. ນອກຈາກນີ້ ຜົນງານຜ່ານມາຂອງ ໄຮດີລິນ ດີອັຊ ເຄີຍໄດ້ຫລຽນເງິນ ໂອແລມປິກ 2016 ທີ່ຣິໂອ ເດ ຈາເນໂຣ ປະເທດເບຣຊິນ, ຫລຽນທອງຊິງແຊ້ມໂລກ 3 ຫລຽນ, ຫລຽນຄຳ ເອຊຽນເກມ ຄັ້ງຫລ້າສຸດ 2018 ທີ່ຈາກາຕ້າ-ປາເລັມບັງ ປະເທດອິນໂດເນເຊຍ, 1 ຫລຽນຄຳ 1 ຫລຽນເງິນ ແລະ 1 ຫລຽນທອງ ຊິງແຊ້ມອາຊີ, 1 ຫລຽນເງິນ Asian Indoor and Martial Arts Games ແລະ ເປັນເຈົ້າຂອງຫລຽນຄຳ ຊີເກມ ຄັ້ງຫລ້າສຸດ 2019 ທີ່ມານິລາ ປະເທດຟີລິບປິນ.
ຮູບຈາກ: AP