12 ກໍລະກົດ ລາວເກັບຕົວຢ່າງມາກວດໃໝ່ 1.600 ກວ່າກໍລະນີ

545

ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງກວດພົບຜູ້ຕິດເຊື້ອໃນຊຸມຊົນ ແລະ ນຳເຂົ້າໃນແຕ່ລະວັນ, ຫຼ້າສຸດພົບຜູ້ຕິດເຊື້ອໃໝ່ເພີ່ມ 76 ຄົນ ເຊິ່ງເປັນກໍລະນີຕິດເຊື້ອໃນຊຸມຊົນ 2 ຄົນ ຢູ່ແຂວງຫຼວງນ້ຳທາ ແລະ ນຳເຂົ້າ 74 ຄົນ ຈາກ 4 ແຂວງ.


ໃນວັນທີ 13 ກໍລະກົດ 2021 ທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຮ່ວມຖະແຫຼງຂ່າວປະຈຳວັນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 12 ກໍລະກົດ ທົ່ວປະເທດໄດ້ກວດວິເຄາະຫາຜູ້ຕິດເຊື້ອທັງໝົດ 1.623 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 76 ຄົນ ເປັນກໍລະນີນຳເຂົ້າມີ 74 ຄົນ .

ໃນນັ້ນຈາກນະຄອນຫຼວງວຽງຈັນ 4 ຄົນ, ແຂວງຈຳປາສັກ 43 ຄົນ, ສະຫວັນນະເຂດ 21 ຄົນ, ຄຳມ່ວນ 6 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ຕາມຈຸດຜ່ານແດນຕ່າງໆ ແລະ ມີການຕິດເຊື້ອໃນຊຸມຊົນ 2 ຄົນ ຈາກ ແຂວງຫຼວງນ້ຳທາ ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ. ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.901 ຄົນ, ເສຍຊີວິດສະສົມ 3 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 683 ຄົນ.


ສ່ວນການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ວັນທີ 12 ກໍລະກົດ 2021 ມີຜູ້ເດີນທາງເຂົ້າມາຕາມດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 2.163 ຄົນ, ທັງໝົດ ແມ່ນຖືກເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ແລະ ເຂົ້າສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້, ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 50 ສູນ ແລະ ມີຜູ້ຈຳກັດບໍລິເວນ 6.034 ຄົນ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ຕື່ມອີກວ່າ: ສ່ວນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກ ມີລາຍງານຜູ້ຕິດເຊື້ອສະສົມທັງໝົດ 188 ລ້ານກວ່າຄົນ (366.407 ໃໝ່), ເສຍຊິວິດທັງໝົດ 4 ລ້ານກວ່າຄົນ (5.967 ໃໝ່), ປີ່ນປົວຫາຍດີ 171 ລ້ານກວ່າຄົນ (376.158 ໃໝ່) ເຊິ່ງ 3 ອັນດັບປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ ອັບດັບໜຶ່ງຍັງແມ່ນ ສະຫະລັດອາເມລິກາ, ຖັດລົງມາ ແມ່ນ ອິນເດຍ ແລະ ເບລຊິນ.