ຫົວເຫວີຍ ປະກາດໂຄງການ Seeds for the Future 2.0 ພ້ອມວາງແຜນລົງທຶນ 150 ລ້ານໂດລາສະຫະລັດ

692

ໃນວັນທີ 8 ກໍລະກົດ ທີ່ຜ່ານມາ ທີ່ເຊິນເຈີ້ນ ສປ ຈີນ ບໍລິສັດ ຫົວເຫວີຍ ປະກາດໂຄງການ Huawei Seeds for the Future 2.0 ພ້ອມມີແຜນທີ່ຈະລົງທຶນໃສ່ 150 ລ້ານໂດລາສະຫະລັດ ໃນການພັດທະນາເພີ່ມຂີດຄວາມສາມາດໃຫ້ກັບຜູ້ທີ່ມີພອນສະຫວັນທາງດ້ານດິຈິຕອນໃນ 5 ປີຂ້າງໜ້າ. ໂຄງການນີ້ຄາດວ່າຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ 3 ລ້ານຄົນ.

ບໍລິສັດ ຫົວເຫວີຍ ໄດ້ຈັດກອງປະຊຸມ “Tech & Sustainability: Everyone’s Included” ຂຶ້ນ ຮ່ວມເປັນເຈົ້າພາບໂດຍສະຫະພັນເພື່ອການອະນຸລັກທໍາມະຊາດສາກົນ (IUCN). ໂດຍການເຂົ້າຮ່ວມຈາກຫຼາຍພາກສວນເຊັ່ນ: ຜູ້ຕາງໜ້າ Huawei, IUCN, World Economic Forum, Carbon Disclosure Project (CDP), Global Enabling Sustainability Initiative (GeSI) ແລະ Singapore Institute of International Affairs (SIIA) ໄດ້ເຂົ້າຮ່ວມເພື່ອປຶກສາຫາລືກ່ຽວກັບບົດບາດຂອງເຕັກໂນໂລຊີໃນການຂັບເຄື່ອນຄວາມຍືນຍົງ ແລະ ການສ້າງຄວາມເປັນເອກະພາບ ເພື່ອໂລກທີ່ເປັນມິດກັບສິ່ງແວດລ້ອມ.

ການສົ່ງເສີມການເຂົ້າເຖິງການສຶກສາ ແລະ ການພັດທະນາເພີ່ມຂີດຄວາມສາມາດຜູ້ທີ່ມີພອນສະຫວັນຢ່າງເທົ່າທຽມກັນ

ອີງຕາມບົດລາຍງານປີ 2020 ຂອງອົງການຢູ່ນິເຊັບ ແລະ ສະຫະພັນໂທລະຄົມມະນາຄົມສາກົນ (ITU) ໄດ້ກ່າວວ່າ: ປະມານ 2,2 ຕື້ຄົນທີ່ມີອາຍຸ 25 ປີ ຫຼື ຕໍ່າກວ່ານັ້ນຍັງຂາດການເຊື່ອມຕໍ່ອິນເຕີເນັດຢູ່ໃນເຮືອນ.

ไม่มีคำอธิบายรูปภาพ

ທ່ານ Liang Hua ປະທານບໍລິສັດ ຫົວເຫວີຍ ໄດ້ກ່າວໃນກອງປະຊຸມວ່າ: “ທັກສະ ແລະ ຄວາມຮູ້ດ້ານດີຈີຕອນບໍ່ພຽງແຕ່ເປັນພື້ນຖານສຳລັບເສດຖະກິດດິຈິຕອນເທົ່ານັ້ນ ມື້ນີ້ພວກເຮົາກຳລັງ ປະກາດໂຄງການ Seeds for the Future 2.0, ແມ່ນສ່ວນໜຶ່ງຂອງຄວາມຕັ້ງໃຈ ຂອງພວກເຮົາໃນການພັດທະນາເພີ່ມຂີດຄວາມສາມາດໃຫ້ກັບຜູ້ທີ່ມີພອນສະຫວັນຢ່າງຕໍ່ເນື່ອງ, ພວກເຮົາຈະລົງທຶນ 150 ລ້ານໂດລາສະຫະລັດໃນໂຄງການນີ້ໃນໄລຍະ 5 ປີຂ້າງໜ້າ ແລະ ຊ່ວຍໃຫ້ນັກສຶກສາ ແລະ ຊາວໜຸ່ມປັບປຸງທັກສະດິຈິຕອນຂອງພວກເຂົາ ຄາດວ່າໂຄງການນີ້ຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຕື່ມອີກ 3ລ້ານຄົນ.”

ຫົວເຫວີຍ ມີຄວາມຕັ້ງໃຈທີ່ຈະຊ່ວຍພັດທະນາຄວາມສາມາດດ້ານດິຈິຕອນໃນບັນດາປະເທດທີ່ໄດ້ນໍາໃຊ້ ແລະ ດຳເນີນງານ. ໃນປີ 2008, ຫົວເຫວີຍໄດ້ເລີ່ມຕົ້ນສ້າງແຜນງານພັດທະນາເພີ່ມຂີດຄວາມສາມາດໃຫ້ກັບຜູ້ທີ່ມີພອນສະຫວັນ, ໂດຍຜ່ານການໃຫ້ທຶນການສຶກສາ, ການແຂ່ງຂັນດ້ານເຕັກໂນໂລຊີ ແລະ ການຝຶກອົບຮົມທັກສະດ້ານດິຈິຕອນ ແລະ ຈະໄດ້ລົງທຶນຫຼາຍກວ່າ 150 ລ້ານໂດລາສະຫະລັດ ເຂົ້າໃນແຜນງານເຫຼົ່ານີ້. ນັບແຕ່ນັ້ນມາ ຫົວເຫວີຍ ກໍໄດ້ໃຫ້ປະໂຫຍດແກ່ຜູ້ຄົນຫຼາຍກວ່າ 1,54 ລ້ານຄົນຈາກ 150 ກວ່າປະເທດ.

อาจเป็นรูปภาพของ กลางแจ้ง

ໂຄງການ “Seeds for the Future “ໄດ້ລິເລີ່ມກໍ່ຕັ້ງໃນປີ 2008 ທີ່ປະເທດໄທ, ໄດ້ຖືກອອກແບ
ບມາ ເພື່ອສ້າງແຮງບັນດານໃຈໃຫ້ຜູ້ທີ່ມີພອນສະຫວັນໃນທ້ອງຖິ່ນ ແລະ ຊຸກຍູ້ໃຫ້ແກ່ສັງຄົມເພື່ອແກ້ໄຂບັນດາສິ່ງທ້າທາຍດ້ານດິຈິຕອນ. ແຜນງານໄດ້ໃຫ້ຜົນປະໂຫຍດແກ່ນັກຮຽນຫຼາຍກວ່າ 5 ພັນຄົນໃນທົ່ວອາຊີປາຊີຟິກ.
ໃນຖານະເປັນສຽງຂອງເວທີດັ່ງກ່າວ ຫົວເຫວີຍ ອາຊີປາຊີຟິກໄດ້ຈັດກອງປະຊຸມໂຕະມົນ APAC Media Virtual ໂດຍການສຸມໃສ່ການແກ້ໄຂບັນຫາການລວມເອົາດິຈິຕອນ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ.
Jay Chen ຮອງປະທານບໍລິສັດ ຫົວເຫວີຍ ອາຊີປາຊິຟິກ ໄດ້ປະກາດແຜນວຽກຂອງ ຫົວເຫວີຍ ໃນການພັດທະນາເພີ່ມຂີດຄວາມສາມາດຜູ້ທີ່ມີພອນສະຫວັນ ດ້ານໄອຊີທີຫຼາຍກວ່າ 40 ພັນຄົນໃນ 5 ປີຂ້າງໜ້າ ໂດຍຜ່ານຫລາຍໆແຜນງານລວມທັງ Seeds for the Future ໃນພາກພື້ນ.

ທ່ານ Jay chen ໄດ້ກ່າວວ່າ: “ໃນເສດຖະກິດດີຈີຕອນ, ຜູ້ທີ່ມີພອນສະຫວັນ ດ້ານໄອຊີທີແມ່ນມີບົດບາດສຳຄັນຫລາຍຂຶ້ນໃນການຂັບເຄື່ອນການຫັນປ່ຽນດິຈິຕອນ ແລະ ການເຕີບໂຕຂອງເສດຖະກິດ. ການເຂົ້າເຖິງການສຶກສາແມ່ນສິ່ງທີ່ຈຳເປັນສຳລັບການສ້າງໂອກາດ ສະໜັບສະໜູນການພັດທະນາທີ່ຍືນຍົງ ແລະ ຍຸດຕິທຳ. ຍ້ອນການແຜ່ລະບາດຂອງພະຍາດ, ພວກເຮົາໄດ້ປັບປ່ຽນໂປແກຣມໃຫ້ມາເປັນອອນລາຍ ແລະ ເປີດເພື່ອນັກສຶກສາທີ່ເກັ່ງກວ່າເກົ່າ”
ໃນພາກພື້ນອາຊີປາຊີຟິກ ຫົວເຫວີຍ ໄດ້ເປັນຜູ້ສ້າງຄວາມໝັ້ນຄົງ ໃຫ້ແກ່ການສ້າງລະບົບນິເວດຄວາມສາມາດທີ່ລວມເຂົ້າກັນ. ມະຫາວິທະຍາໄລ ຫົວເຫວີຍ ອາຊຽນໄດ້ຖືກເປີດຕົວໃນປະເທດໄທ, ມາເລເຊຍ, ແລະ ອິນໂດເນເຊຍຕັ້ງແຕ່ປີ 2019 ແລະ ໄດ້ສ້າງຜູ້ທີ່ມີຄວາມສາມາດທາງດ້ານໄອຊີທີ ຫຼາຍກວ່າ 1 ແສນຄົນໃນການກະກຽມອະນາຄົດດິຈິຕອນ.

ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ທ່ານ Jay Chen ໄດ້ກ່າວວ່າ:“ ການຮ່ວມມືກັບມະຫາວິທະຍາໄລຊັ້ນນຳແມ່ນກຳລັງເລັ່ງຕົວຂຶ້ນ. ຈົນເຖິງປັດຈຸບັນນີ້, ຫົວເຫວີຍ ໄດ້ສ້າງການຮ່ວມມືກັບມະຫາວິທະຍາໄລປະມານ 200 ແຫ່ງໃນບັນດາປະເທດໃນທົ່ວພາກພື້ນອາຊີປາຊີຟິກ.”

ແກ້ໄຂສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ເຮັດໃຫ້ເກີດການພັດທະນາສີຂຽວ.

ການປ່ຽນແປງຂອງພູມອາກາດ ແລະ ສິ່ງແວດລ້ອມ ທີ່ກໍາລັງກາຍເປັນສິ່ງທ້າທາຍລະດັບໂລກ. ເຖິງວ່າການປ່ອຍອາຍຄາບອນໄດ້ຫຼຸດລົງໃນປີທີ່ຜ່ານມາ ຍ້ອນເສດຖະກິດທີ່ຊ້າລົງ ແລະ ລັອກດາວທົ່ວໂລກ, ແຕ່ການປ່ອຍອາຍພິດກໍໄດ້ເພີ່ມຂຶ້ນຍ້ອນການຟື້ນຕົວຢ່າງໄວວາຂອງເສດຖະກິດ. ຫັນໄປສູ່ພື້ນຖານເສດຖະກິດຮອບດ້ານ ແລະ ບັນລຸການພັດທະນາແບບຍືນຍົງ ແມ່ນເປົ້າໝາຍລວມຂອງທຸກປະເທດ.

ທ່ານ Liang ກ່າວວ່າ: ການພັດທະນາສີຂຽວ ແລະ ຍືນຍົງໄດ້ກາຍເປັນບຸລິມະສິດອັນດັບໜຶ່ງຂອງເສດຖະກິດໂລກ. “ຫົວເຫວີຍໄດ້ນຳໃຊ້ປະສົບການທີ່ກວ້າງຂວາງຂອງຕົນກ່ຽວກັບເຄື່ອງໃຊ້ໄຟຟ້າ ແລະ ການເກັບຮັກສາພະລັງງານພ້ອມທັງຊ່ຽວຊານດ້ານເຕັກນິກ 5G, Cloud ແລະ AI ເພື່ອພັດທະນາທຸລະກິດພະລັງງານດິຈິຕອນຂອງຕົນ ແລະ ສະໜອງການແກ້ໄຂພະລັງງານດີຈີຕອນສຳລັບອຸດສາຫະກຳທີ່ແຕກຕ່າງກັນ. ໃນເດືອນທັນວາ 2020, ພະລັງງານດິຈິຕອນຂອງ ຫົວເຫວີຍ ຜະລິດຕະພັນ ແລະ ວິທີແກ້ໄຂໄດ້ຜະລິດກະແສໄຟຟ້າ 325 ຕື້ kWh ຈາກແຫຼ່ງທີ່ສາມາດຜະລິດຄືນໃໝ່ ແລະ ປະຢັດພະລັງງານໄຟຟ້າທັງໝົດ 10 ຕື້ kWh. ຜ່ານຄວາມພະຍາຍາມດັ່ງກ່າວໄດ້ເຮັດໃຫ້ການປ່ອຍອາຍ CO2 ຫຼຸດລົງໄປເຖິງ 160 ລ້ານໂຕນ “