ປີ້ງກົບຍັດໄສ້ ອາຫານພື້ນບ້ານ ທີ່ຫາກິນໄດ້ຍາກ ໃຜຍັງບໍ່ໄດ້ກິນຕ້ອງລອງ

1109

ເມນູມື້ນີ້ຜູ້ຂຽນມາເອົາໃຈສາຍຄົນມັກອາຫານບ້ານນາ ອາຫານພື້ນບ້ານທຳມະດາ ແຕ່ລົດຊາດບໍ່ທຳມະດາ ໂດຍໄດ້ມີການປະສົມປະສານຂອງກົບ ແລະ ເຄື່ອງຕ່າງໆທີ່ນຳເອົາໄປຍັດໃສ່ໃນທ້ອງຂອງກົບ ເພື່ອໃຫ້ໄດ້ລົດຊາດ ແລະ ມີກິ່ນຫອມ ສາມາດຊ່ວຍແກ້ດັບຄາວໄດ້ເປັນຢ່າງດີ ເມນູນີ້ກໍຄື ກົບຍັດໄສ້ ຫຼື ໄສ້ອົ່ວກົບນັ້ນເອງ ທຸກຄົນພ້ອມແລ້ວເຮົາໄປເບິ່ງສູດການເຮັດກົບຍັດໄສ້ພ້ອມກັນເລີຍ.

May be an image of food

ວັດຖຸດິບ ແລະ ເຄື່ອງປຸງ

ກົບ 4 ໂຕ ເອົາໂຕກາງ ຫຼື ໂຕໃຫຍ່ ຄົວເອົາເຄື່ອງໃນອອກ ແລະ ລ້າງໃຫ້ສະອາດ.

ໝາກເຜັດດິບແດງ 10 ໜ່ວຍ.

ກະທຽມສົດ 5 ກີບ ປອກເປືອກ.

ຫອມບົ່ວແດງ 2 ຫົວ.

ຫົວສີໃຄ 2 ກ້ານ.

ເກືອ 1 ບ່ວງແກງ

ແປ້ງນົວ 2 ບ່ວງຊາ.

ເກືອ 1 ບ່ວງຊາ ທາໃສ່ກົບ

May be an image of food

ວິທີເຮັດກົບຍັດໄສ້

May be an image of food and text that says 'WIDE Shot on Y15 2020 Vivo AI camera'

1 ຕຳເຄື່ອງໂດຍເອົາໝາກເຜັດ, ກະທຽມ, ຫອມບົ່ວແດງ, ຫົວສີໃຄ, ເກືອ ແລະ ແປ້ງນົວໃຫ້ເຂົ້າກັນ.

2 ນຳເອົາກົບທີ່ຄົວແລ້ວມາຄັ້ນໃສ່ເກືອແລ້ວຍັດເຄື່ອງທີ່ຕຳນັ້ນໃສ່ເທື່ອລະໂຕ ແລ້ວເອົາໃບຕອງມາພັນ ແລະ ມັດໄວ້.

3 ເອົາໄປປີ້ງໄຟອ່ອນຫາກາງ ໃຫ້ສຸກທົ່ວທາງໃນ ແລະ ແຫ້ມທາງນອກ ສຸກດີແລ້ວຈັດໃສ່ຈານພ້ອມເສີບກັບເຂົ້າຮ້ອນໆໄດ້ເລີຍ.

May be an image of food and indoor

ທີ່ມາ: https://www.zap.la/lo/recipe-275-grilled-frog-with-herbs