ນະຄອນຫຼວງວຽງຈັນ ສູຊົນຜະລິດກະສິກໍາເປັນສິນຄ້າສົ່ງອອກເພີ່ມຂຶ້ນ

414

ໃນປີ 2021 ນະຄອນຫຼວງວຽງຈັນ ຈະສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວ ຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 4%. ຊຸກຍູ້ສົ່ງເສີມການຜະລິດທົ່ວໄປຂອງປະຊາຊົນໃນຂົງເຂດກະສິກໍາ-ປ່າໄມ້ໃຫ້ບັນລຸຄາດຫມາຍ.

ໃນແຜນພັດທະນາເສດຖະກິດ ສັງຄົມນະຄອນຫຼວງວຽງຈັນ ປີ2021 ໄດ້ວາງຄາດໝາຍຊົນເຮັດໃຫ້ອັດຕາການຂະຫຍາຍຕົວ ຂະແໜງກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 4%. ຊຸກຍູ້ສົ່ງເສີມການຜະລິດທົ່ວໄປຂອງປະຊາຊົນໃນຂົງເຂດກະສິກໍາ-ປ່າໄມ້ໃຫ້ບັນລຸຄາດຫມາຍຄື: ຜະລິດເຂົ້າໃຫ້ໄດ້ 310.221 ໂຕນ, ສູ້ຊົນເຮັດໃຫ້ຕົວເລກການສະຫນອງຊີ້ນງົວ ບັນລຸ 1.348 ໂຕນ, ປູກສາລີເປັນອາຫານສັດ ໃຫ້ໄດ້ 1.005 ເຮັກຕາ ຜົນຜະລິດລວມ ໃຫ້ບັນລຸປະມານ4.782 ໂຕນ. ປູກເຂົ້າທີ່ດີ (GAP) ໃຫ້ໄດ້ເນື້ອທີ່ 1.466 ເຮັກຕາ, ຄາດຄະເນຜົນຜະລິດ 6.710 ໂຕນ.


ສະຫນອງຜົນຜະລິດຜັກ ໃຫ້ໄດ້ 112.992 ໂຕນ, ຜັກອິນຊີ (OA) 3.106 ໂຕນ, ຜັກດີ (GAP) 5.334 ໂຕນ. ປູກໄມ້ກິນຫມາກ ໃຫ້ໄດ້ເນື້ອທີ່ 2.532 ເຮັກຕາ ຜົນຜະລິດ ໃຫ້ບັນລຸໄດ້ 44.079 ໂຕນ.


ສຸມໃສ່ສ້າງຕົວແບບການປູກເຂົ້າ ດ້ວຍການນໍາໃຊ້ກົນຈັກທັນສະໄຫມ ເພື່ອຫຼຸດຜ່ອນແຮງງານ ໂດຍຮ່ວມມືກັບ ບໍລິສັດ AIDC ຢູ່ເມືອງ ໄຊທານີ ໃນເນື້ອທີ່ 200 ເຮັກຕາ ແລະ ເຂດຈຸດສຸມຜະລິດເຂົ້າເປັນສິນຄ້າ ຕາມຕົວແບບຮ່ວມມືກັບ ບໍລິສັດ ອິນຊີທອງ ແລະ ຕາມຕົວ ແບບບໍລິສັດ ພັນເພັດ ຢູ່ເມືອງ ຫາດຊາຍຟອງ, ປາກງື່ມ, ນາຊາຍທອງ ແລະ ໄຊເສດຖາ.


ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດກະສິກໍາເປັນສິນຄ້າ ເພື່ອການສົ່ງອອກ ໂດຍການຜະລິດເຂົ້າ ເປັນສິນຄ້າ ໃນເນື້ອທີ່ 20.000 ເຮັກຕາ, ກ້ວຍຫອມ 2.500 ເຮັກຕາ, ຫມາກໝີ້ 350 ເຮັກຕາ ແລະ ຢາງພາລາ 1.700 ເຮັກຕາ ຢູ່ເມືອງ ສັງທອງ, ນາຊາຍທອງ, ໄຊທານີ, ປາກງື່ມ, ຫາດຊາຍຟອງ ແລະ ໄຊເສດຖາ. ຂະຫຍາຍສັດປີກ ໃຫ້ໄດ້ 6% ຫຼື ເທົ່າກັບ 140.000-150.000 ໂຕ (ຊຶ່ງໃນປີ 2020 ມີ2.325.076 ໂຕ), ສະຫນອງຊີ້ນຫມູ ໃຫ້ໄດ້ 19.667 ໂຕນ.