ໄດ້ແລ້ວ 10 ທີມ ເຫຼືອອີກ 6 ໂກຕາເບິ່ງເງື່ອນໄຂການເຂົ້າຮອບຂອງກຸ່ມ E ກັບ F ຄືນນີ້

718

ກຸ່ມ E ແລະ ກຸ່ມ F ໃນການແຂ່ງຂັນບານເຕະ ຢູໂຣ 2020 ຖືເປັນກຸ່ມທີ່ສູສີ ແລະ ຍາກທີ່ສຸດ ເພາະແຕ່ລະທີມໃກ້ຄຽງກັນ ແລະ ມັນກໍເປັນໄປຕາມຄາດຕ້ອງຕັດສິນນັດສຸດທ້າຍຂອງຮອບແບ່ງກຸ່ມ ເພື່ອລຸ້ນເຂົ້າຮອບ 16 ທີມສຸດທ້າຍ ເຊິ່ງຄືນນີ້ວັນທີ 23 ມິຖຸນາ 2021 ຈະແຂ່ງຂັນ 4 ຄູ່.

ປັດຈຸບັນ, ທີມທີ່ເຂົ້າຮອບໃນຖານະແຊັມ ແລະ ຮອງແຊັມກຸ່ມມີໄດ້ມາແລ້ວ 8 ທີມໄດ້ແກ່ ອິຕາລີ ແຊັມກຸ່ມ A ແລະ ເວລ ຮອງແຊັມກຸ່ມ, ແບນຊິກ ແຊັມກຸ່ມ B ແລະ ດານມາກ ຮອງແຊັມກຸ່ມ, ໂຮນລັງ ແຊັມກຸ່ມ C ແລະ ໂອຕຣິດ ຮອງແຊັມກຸ່ມ, ອັງກິດ ແຊັມກຸ່ມ D ແລະ ໂຄຣອາຊີ ຮອງແຊັມກຸ່ມ.

ຖືວ່າເປັນຂ່າວດີສໍາລັບອັນດັບ 3 ຂອງ ກຸ່ມ E ແລະ ກຸ່ມ F ເນື່ອງຈາກ ແຟງລັງ ອັນດັບ 3 ກຸ່ມ B ແລະ ອູແກຣນ ອັນດັບ 3 ກຸ່ມ C ແມ່ນມີ 3 ຄະແນນ, ສ່ວນອັນດັບ 3 ກຸ່ມ A ສະວິດເຊີແລນ ແລະ ອັນດັບ 3 ກຸ່ມ D ສາທາລະນະລັດເຊັກ ມີ 4 ຄະແນນແມ່ນເຂົ້າຮອບໃນຖານະທີມອັນດັບ 3 ທີ່ດີທີ່ສຸດເປັນທີ່ແນ່ນອນແລ້ວ ເຮັດໃຫປັດຈຸບັນມີທີມເຂົ້າຮອບແລ້ວ 10 ທີມ.
ແນ່ອນຖ້າຫາກນັດສຸດທ້າຍທີມອັນດັບ 3 ຂອງກຸ່ມ E ກັບ ກຸ່ມ F ມີ 4 ຄະແນນ ກໍຈະສາມາດເຂົ້າຮອບ 16 ທີມໃນຢູໂຣ 2020 ເນື່ອງຈາກລາຍການນີ້ຄັດເອົາອັນດັບ 1 ກັບ ອັນດັບ 2 ຂອງແຕ່ລະສາຍເຂົ້າຮອບໂດຍກົງ, ສ່ວນອັນດັບ 3 ທີ່ດີທີ່ສຸດແມ່ນຄັດເອົາ 4 ທີມຈາກທັງໝົດ 6 ກຸ່ມ.

ໄປເລີ່ມກັນທີ່ກຸ່ມ E ຈະລົງແຂ່ງຂັນພ້ອມກັນເວລາ 23:00 ໂມງ
-ແອັດສະປາຍ ພົບ ສະໂລວາກີ: ແອັດສະປາຍ ມີພຽງ 2 ຄະແນນຈາກການສະເໝີ 2 ນັດລວດສະເໝີ ສະວີເດັນ 0-0 ແລະ ສະເໝີ ໂປໂລຍ 1-1 ເຮັດໃຫ້ນັດນີ້ສໍາຄັນສຸດຕ້ອງຊະນະໃຫ້ໄດ້ສະຖານດຽວ ເພື່ອລຸ້ນເຂົ້າຮອບ, ສ່ວນ ສະໂລວາກີ ມີ 3 ຄະແນນຈາກຜົນງານຊະນະ ໂປໂລຍ 2-1 ແລະ ເສຍໃຫ້ ສະວີເດັນ 0-1 ນັດນີ້ຂໍພຽງສະເໝີກໍຈະເຂົ້າຮອບທັນທີ ເຖິງວ່າຈະຈົບອັນດັບ 3 ກໍຕາມ ເນື່ອງຈາກປັດຈຸບັນມີປະຕູໄດ້ເສຍຍິງໄດ້ 2 ແລະ ເສຍ 2 ປະຕູດີກວ່າອັນດັບ 3 ຂອງກຸ່ມອື່ນໆ.

-ສະວີເດັນ ພົບ ໂປໂລຍ: ສະວີເດັນ ມີ 4 ຄະແນນຈາກການສະເໝີ ແອັດສະປາຍ 0-0 ແລະ ຊະນະ ສະໂລວາກີ 1-0 ນັດນີ້ຂໍສະເໝີກໍຈະເຂົ້າຮອບທັນທີ ແລະ ຖ້າຊະນະຈະໄດ້ເຂົ້າຮອບໃນຖານະອັນດັບ 1 ຂອງສາຍ ແຕ່ຖ້າເສຍກໍຍັງເຂົ້າຮອບໄດ້ໃນຖານະທີມອັນດັບ 3, ສ່ວນ ໂປໂລຍ ມີພຽງ 1 ຄະແນນຈາກຜົນງານເສຍໃຫ້ ສະໂລວາກີ 1-2 ແລະ ສະເໝີ ແອັດສະປາຍ 1-1 ຕ້ອງຊະນະສະຖານດຽວ ເພື່ອເຂົ້າຮອບ.

ສ່ວນກຸ່ມ F ຈະລົງແຂ່ງຂັນພ້ອມກັນເວລາ 2:00 ໂມງ
-ປ໊ອກຕຸຍການ ພົບ ຝຣັ່ງ: ປ໊ອກຕຸຍການ ມີ 3 ຄະແນນຈາກການຊະນະ ຮົງກາລີ 3-0 ແລະ ເສຍໃຫ້ກັບ ເຢຍລະມັນ 2-4 ຕ້ອງການພຽງສະເໝີກໍຈະເຂົ້າຮອບ, ແຕ່ຖ້າເສຍແມ່ນສ່ຽງມີໂອກາດຕົກຮອບຕ້ອງໄປລຸ້ນປະຕູໄດ້ເສຍກັບ ແຟງລັງ ແລະ ອູແກຣນ ລວມເຖິງຕ້ອງລຸ້ນໃຫ້ ຮົງກາລີ ຄູ່ແຂ່ງໃນກຸ່ມດຽວກັນຕ້ອງເສຍອີກ, ສ່ວນ ຝຣັ່ງ ມີ 4 ຄະແນນຈາກການຊະນະ ເຢຍລະມັນ 1-0 ແລະ ສະເໝີກັບ ຮົງກາລີ 1-1 ເຂົ້າຮອບເປັນທີ່ຮຽບຮ້ອຍ ແຕ່ຕ້ອງການຊະນະ ເພື່ອເປັນແຊັມກຸ່ມ.

-ເຢຍລະມັນ ພົບ ຮົງກາລີ: ເຢຍລະມັນ ມີ 3 ຄະແນນຈາກການເສຍໃຫ້ກັບ ຝຣັ່ງ 0-1 ແລະ ຊະນະ ປ໊ອກຕຸຍການ 4-2 ນັດນີ້ຂໍພຽງສະເໝີກໍຈະເຂົ້າຮອບທັນທີ ແຕ່ເບິ່ງສະຖານະການແລ້ວ ເຢຍລະມັນ ເໜືອກວ່າ ຮົງກາລີ ແລະ ມີໂອກາດຊະນະສູງ ເຊິ່ງຖ້າຫາກຊະນະ ແລະ ຝຣັ່ງ ສະເໝີກໍຈະເຮັດໃຫ້ ເຢຍລະມັນ ເຂົ້າຮອບໃນຖານະແຊັມກຸ່ມທັນທີ, ສ່ວນຮົງກາລີ ຕ້ອງການຊະນະສະຖານດຽວເພື່ອເຂົ້າຮອບ.

ຮູບຈາກ: AP