ລັດຖະບານ ມອບຫລຽນກາມິດຕະພາບ ໃຫ້ແກ່ ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ

376

ໃນວັນທີ 18 ມິຖຸນາ 2021 ຢູ່ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ດຣ. ມາກ ເອັນດຣິວ ຈາຄັອບ (Mark Andrew JACOBS), ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈໍາ ສປປ ລາວ, ເພື່ອເປັນການຍ້ອງຍໍຊົມເຊີຍຜົນງານຂອງຜູ້ກ່ຽວ ພາຍຫລັງສິ້ນສຸດ ການປະຕິບັດໜ້າທີ່ຢູ່ ສປປ ລາວ.

ຕາງໜ້າລັດຖະບານລາວປະດັບຫລຽນກາມິດຕະພາບໃນຄັ້ງນີ້ ແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງຈາກ ບັນດາກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຫ້ອງການຜູ້ປະສານງານ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມ. ໃນພິທີດັ່ງກ່າວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດ ໜ້າທີ່ວຽກງານໃນໄລຍະຜ່ານມາຂອງ ທ່ານ ມາກ ຈາຄັອບ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ, ໂດຍສະເພາະ ໃນການຮັບມືກັບບັນຫາການລະບາດຂອງພະຍາດໂຄວິດ-19 ທີ່ພວກເຮົາ ກໍາລັງປະເຊີນໜ້າຢູ່ໃນປັດຈຸບັນ, ໃນດ້ານການໃຫ້ຄໍາປຶກສາທາງດ້ານວິຊາການ, ມາດຕະການປ້ອງກັນການຕິດເຊື້ອ, ການປິ່ນປົວ, ການນໍາໃຊ້ວັກແຊັງ ແລະ ການຂົນຂວາຍ ອຸປະກອນການແພດທີ່ຈຳເປັນ ແລະ ທຶນຈຳນວນໜຶ່ງ.

 

ນອກຈາກນັ້ນ, ພາຍໃຕ້ການນໍາພາຂອງ ທ່ານ ຈາຄັອບ, ຫ້ອງການອົງການອານາໄມໂລກ ປະຈໍາ ສປປ ລາວ ຍັງໄດ້ ໃຫ້ການຊ່ວຍເຫຼືອ ແລະ ແນະນຳ ໃນການສ້າງແຜນພັດທະນາຂະແໜງສາທາລະນະສຸກແຫ່ງຊາດ, ຍຸດທະສາດຂອງຂະແໜງສາທາລະນະສຸກ ແລະ ຍຸດທະສາດດ້ານການເງິນຂອງຂະແໜງສາທາລະນະສຸກ, ການຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ, ໄຂ້ໝາກແດງໃຫຍ່, ການປັບປຸງສຸຂະພາບແມ່ ແລະ ເດັກ, ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງສາທາລະນະສຸກ ຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ສ້າງຄວາມເຂັ້ມແຂງໃຫ້ລະບົບຂໍ້ມູນຂ່າວສານດ້ານສຸຂະພາບແຫ່ງຊາດ ແລະ ຄວາມສາມາດໃນການຕອບສະໜອງຂໍ້ມູນໃນລະດັບຊາດ, ແຂວງ ແລະ ທ້ອງຖິ່ນ, ແລະ ອື່ນໆ.

ດັ່ງນັ້ນ, ອີງໃສ່ຜົນງານອັນພົ້ນເດັ່ນດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງຍ້ອງຍໍປະດັບຫລຽນກາມິດຕະພາບ ເພື່ອເປັນການຈາລຶກຜົນງານການປະກອບສ່ວນໃນການສ້າງສາພັດທະນາຢູ່ ສປປ ລາວ ຂອງຜູ້ກ່ຽວ. ພ້ອມດຽວກັນ ທ່ານ ດຣ. ມາກ ຈາຄັອບ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຂອງລັດຖະບານລາວ ຕະຫລອດໄລຍະການປະຕິບັດໜ້າທີ່ຂອງທ່ານ ໃນໄລຍະເວລາເກືອບ 04 ປີທີ່ຜ່ານມາ, ພ້ອມທັງຢືນຢັນຈະສືບຕໍ່ປະກອບສ່ວນຊຸກຍູ້ໃຫ້ມີການຊ່ວຍເຫລືອ ແລະ ສະໜັບສະໜູນຮ່ວມມືຂອງ ອົງການ WHO ໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.

ໃນຕອນເຊົ້າຂອງມື້ດຽວກັນ, ກ່ອນຈະເລີ່ມພິທີປະດັບຫລຽນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ດຣ. ມາກ ຈາຄັອບ ໂດຍທ່ານ ລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ຕໍ່ຜົນງານ ແລະ ການປະຕິບັດໜ້າທີ່ຂອງທ່ານ ດຣ. ມາກ ຈາຄັອບ ຕະຫລອດໄລຍະ ເກືອບ 04 ປີ ທີ່ຜູ້ກ່ຽວໄດ້ປະຕິບັດໜ້າທີ່ຢູ່ ສປປ ລາວ ແລະ ໄດ້ອວຍພອນໃຫ້ທ່ານ ດຣ. ມາກ ຈາຄັອບ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃໝ່ຂອງທ່ານໃນຕໍ່ໜ້າ.