ມອບ-ຮັບ ໜ້າທີ່ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຄຳມ່ວນ

327

ພິທີ ມອບ-ຮັບ ລະຫວ່າງ ທ່ານ ທິບພະຈັນ ໂພໄຊ ວ່າການຫົວໜ້າອົງການໄອຍະການປະຊາຊົນແຂວງ(ຜູ້ເກົ່າ) ແລະ ທ່ານ ຄຳແດງ ສີບຸນເຮືອງ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ເປັນຫົວໜ້າອົງການໄອຍາການປະຊາຊົນ ແຂວງຄຳມ່ວນ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ 2021 ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີຫົວໜ້າກົມຈັດຕັ້ງ-ພະນັກງານອົງການໄອຍາການປະຊາຊົນສູງສຸດ, ຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກແຂວງ, ສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ນາງ ບຸນໄທ ປັນແກ້ວ ຫົວໜ້າກົມຈັດຕັ້ງ – ພະນັກງານ ອົງການໄອຍະການປະຊາຊົນສູງສຸດໄດ້ຜ່ານຂໍ້ຕົກລົງສະບັບເລກທີ 146/ອອປສ ແລະ ຂໍ້ຕົກລົງສະບັບເລກທີ 310/ ອອປສ ວ່າດ້ວຍການຮັບເອົາ ແລະ ແຕ່ງຕັ້ງ ທ່ານ ຄຳແດງ ສີບຸນເຮືອງ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ເປັນຫົວໜ້າອົງການໄອຍະການປະຊາຊົນແຂວງຄຳມ່ວນ.

ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ທ່ານ ທິບພະຈັນ ໂພໄຊ ວ່າການຫົວໜ້າອົງການໄອຍະການປະຊາຊົນແຂວງໄປຢູ່ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄຳມ່ວນ.

ໂອກາດນີ້ ທ່ານ ວັນໄຊ ພອງສະຫວັນ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ທາງຄະນະຊຸດເກົ່າຍາດມາໄດ້ ຄຽງຄູ່ກັນນັ້ນຍັງໄດ້ຮຽກຮ້ອງມາຍັງຄະນະພັກ, ຄະນະນຳ ຕະຫລອດເຖິງສະມາຊິກພັກ – ພະນັກງານທຸກຂັ້ນ ຈົ່ງໄດ້ເປັນເອກະພາບຕໍ່ການຊັບປ່ຽນໃນຄັ້ງນີ້, ເອົາໃຈໃສ່ຊຸກຍູ້ຊ່ວຍໜູນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນການປະຕິບັດໜ້າທີ່ວຽກງານໃຫ້ມີຄວາມເອກະພາບກັນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນເປັນຈິດໜຶ່ງໃຈດຽວໃນໝູ່ຄະນະ, ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ແກ້ໄຂບັນຫາຄົງຄ້າງ ເພື່ອໃຫ້ວຽກງານມີປະສິດທິພາບດີຂຶ້ນກວ່າເກົ່າ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຖັນແຖວພະນັກງານ, ສະມາຊິກພັກເປັນປົກກະຕິ ແລະ ສືບຕໍ່ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງແຂວງ ກໍ່ຄື ແຜນພັດທະນາຂອງວຽກງານອົງການໄອຍາການ ແລະ ຕັ້ງໜ້າປັບປຸງກົງຈັກການຈັດຕັ້ງ, ແຜນການເຄື່ອນໄຫວໃຫ້ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ທັນກຳນົດເວລາຕາມກົດໝາຍທີ່ວາງໄວ້. ທັງນີ້ກໍ່ເພື່ອເປັນການປັບປຸງໜ້າທີ່ວຽກງານໃຫ້ແທດເໝາະຕາມຄວາມຮຽກຮ້ອງຕ້ອງການໃນໄລຍະ ໃໝ່ໃຫ້ດີຂຶ້ນກວ່າເກົ່າ.