ຫ້ອງການ ປກສ ແຂວງໄຊຍະບູລີ ໄດ້ຮັບຄວາມເສຍຫາຍຫຼາຍຢ່າງຈາກໄພນໍ້າຖ້ວມ ລວມມູນຄ່າປະມານ 2ຕື້ກີບ

595

ໃນຕອນບ່າຍຂອງວັນທີ 17 ມິຖຸນາ ປີນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ລົງກວດກາເບິ່ງຄວາມເສຍຂອງຫ້ອງການ ກອງບັນຊາການ ປ້ອງກັນຄວາມສະຫງົບ(ປກສ) ແຂວງ, ໃຫ້ການຕ້ອນຮັບ ແລະ ນໍາພາເບິ່ງສະຖານທີ່ເສຍຫາຍຕົວຈິງໂດຍ ທ່ານພັນເອກ ຄໍາແພງ ເພັດ ຫົວໜ້າ ກອງບັນຊາການ ປກສ ແຂວງ ພ້ອມຄະນະ.


ທ່ານພັນເອກ ຄໍາແພງ ເພັດ ລາຍງານວ່າ: ໄພນໍ້າຖ້ວມຄັ້ງນີ້ໄດ້ຮັບຜົນກະທົບເຊັ່ນ: ລົດໃຫຍ່ຖືກນໍ້າຖ້ວມເສຍຫາຍ 3 ຄັນ, ຄອມພີວເຕີ 35 ຊຸດ, ເຄື່ອງສຽງ 1 ຊຸດ, ເຄື່ອງເຮັດບັດປະຈໍາຕົວ 1 ຊຸດ , ຕູ້ນໍ້າຮ້ອນ-ນໍ້າເຢັນ 17 ໜ່ວຍ, ໂທລະພາບສີ 10 ໜ່ວຍ, ກ້ອງຖ່າຍຮູບ 1 ໜ່ວຍ, ແອ 9 ເຄື່ອງ, ຈັກໂຟນີ 5 ຊຸດ ແລະ ເຄື່ອງຮັບໃຊ້ຫ້ອງການອີກຈໍານວນໜຶ່ງ ລວມມູນຄ່າຄວາມເສຍຫາຍເບື້ອງຕົ້ນ 2 ຕື້ກວ່າກີບ.


ນອກນີ້ຍັງມີຄອບຄົວພະນັກງານໃນກໍາລັງ ປກສ ຖືກນໍ້າຖ້ວມເສຍຫາຍຈໍານວນ 198 ຄອບຄົວ, ມາຮອດປະຈຸບັນແມ່ນກໍາລັງເລັ່ງຟື້ນຟູສໍານັກງານພາຍໃນ ປກສ ແຂວງ ເປັນຕົ້ນແມ່ນ: ອະນາໄມຫ້ອງການ, ຂົນດິນ, ມ້ຽນເສດໄມ້ຕ່າງໆທີ່ມາກັບນໍ້າ, ອະນາໄມຮ່ອງລະບາຍນໍ້າ ເຊິ່ງເຮັດສໍາເລັດແລ້ວ 40%, ຄາດວ່າຈະໃຫ້ສໍາເລັດພາຍໃນທ້າຍເດືອນ ມິຖຸນາ ນີ້.

ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະກອງບັນຊາການ ປກສ ທີ່ໄດ້ຮີບຮ້ອນເລັ່ງດ່ວນໃນການອະນາໄມສໍານັກງານ ໃນໄລຍະ 4 ມື້ຜ່ານມາ ແລະ ໄດ້ຮຽກຮ້ອງໃຫ້ສືບຕໍ່ໃນການອະນາໄມເກັບມ້ຽນສິ່ງເສດເຫຼືອຕ່າງໆທີ່ມາກັບນໍ້າໃຫ້ແລ້ວໂດຍໄວເພື່ອຈະໄດ້ມາປະຈໍາການເຮັດວຽກເປັນປົກກະຕິ.


ພ້ອມດຽວກັນນີ້ ທ່ານ ເຈົ້າແຂວງເຊິ່ງຕາງໜ້າໃຫ້ອົງການປົກຄອງແຂວງ ໄດ້ມອບເງິນສົດຈໍານວນ 20 ລ້ານກີບໃຫ້ ກໍາລັງ ປກສ ເພື່ອຟື້ນຟູ ແລະ ສ້ອມແປງອາຄານທີ່ເປ່ເພໃຫ້ກັບມາໃຊ້ງານໄດ້ປົກກະຕິ.