ຄະນະພັກຮາກຖານຄະນະກວດກາພັກແຂວງ ສະຫວັນນະເຈດ ຈັດກອງປະຊຸມໃຫຍ່ຄັ້ງທີ IX

371

ກອງປະຊຸມໃຫຍ່ຄັ້ງທີ IX ຄະນະພັກຮາກຖານຄະນະກວດ ກວດກາພັກແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 14 ມິຖຸ ນາ 2021 ໃຫ້ກຽດເຂົ້າຮ່ວມເປັນ ປະທານກິດຕິມະສັກໃນກອງປະ ຊຸມຄັ້ງນີ້ ໂດຍແມ່ນ ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກ ແຂວງ, ສະຫາຍ ລຳທອງ ຂອບສີລາວົງ ກຳມະການປະຈຳພັກ ແຂວງ ປະທານກວດກາພັກແຂວງ ພ້ອມດ້ວຍຄະນະຈັດຕັ້ງແຂວງ ແລະຕົວແທນ ຈາກອົງການຈັດຕັ້ງ ມະຫາຊົນພາຍໃນພະແນກດັ່ງ ກ່າວກໍ່ໄດ້ເຂົ້າຮ່ວມ.


ໃນວາລະປະຊຸມ, ສະຫາຍ ແຖວຄຳ ພົມມະວົງ ກໍ່ໄດ້ໃຫ້ກຽດ ຜ່ານບົດລາຍງານການເມືອງຕໍ່ ກອງປະຊຸມ ເຊິ່ງສະຫາຍໃຫ້ຮູ້ວ່າ: ຮາກຖານຄະນະພັກຮາກຖານຄະນະກວດກວດກາ ພັກແຂວງສະຫວັນນະເຂດ ປະກອບມີຄະນະພັກ ຮາກຖານ 1 ສະຫາຍ, ມີຈຳນວນສະມາຊິກພັກທັງໝົດ 37ສະຫາຍ, ຍິງ 18 ສະຫາຍ, ໃນນີ້ມີສະມາຊິກພັກສົມບູນ 35 ສະຫາຍ, ຍິງ 12 ສະຫາຍ, ຜ່ານມາ, ຄະນະພັກຮາກຖານຄະນະກວດກວດກາພັກແຂວງ ໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງແນວຄິດໃຫ້ບັນດາ ສະຫາຍສະມາຊິກພັກ, ພະນັກງານໂດຍຖືເອົາການຮໍ່າຮຽນ ເອກະສານບັນດາມະຕິ, ຄຳສັ່ງ ຂອງພັກ ແລະລະບຽບກົດໝາຍ ຂອງລັດຕິດພັນກັບການດຳ ເນີນຊີວິດການເມືອງຢ່າງເປັນ ປົກກະຕິຕໍ່ເນື່ອງໃນທົ່ວຮາກ ຖານ ເຮັດໃຫ້ສະມາຊິກພັກທຸກ ສະຫາຍມີແນວຄິດຫຼັກໝັ້ນການ ເມືອງດີ, ມີຄວາມຮັບຜິດຊອບ ສູງ ແລະເປັນແບບຢ່າງນຳໜ້າ ໃນທຸກດ້ານ.

ກອງປະຊຸມໄດ້ປ່ອນບັດ ລົງຄະແນນສຽງເລືອກຕັ້ງເອົາ ຄະນະພັກຮາກຖານຊຸດໃໝ່ ເຊິ່ງຜົນປະກົດວ່າ: ສະຫາຍ ແຖວຄຳ ພົມມະວົງ ເປັນເລຂາຄະນະພັກຮາກຖານ, ສະຫາຍ ສີວິໄລ ຈັນທຳມະຈັກ ເປັນຮອງເລຂາທັງເປັນປະທານກວດກາຄະນະພັກຮາກຖານ, ສະຫາຍ ນາງ ກິ່ນນາລອນ ວົງຄຳໂສພາ ເປັນກຳມະການພັກ.