ລາກູ້ ອາຫານຕ່າງປະເທດທີ່ກິນຄູ່ກັບເຂົ້າຈີ່

760

ລາກູ້ແມ່ນອາຫານທີ່ນິຍົມໃນລາວ ໂດຍສະເພາະງານແຕ່ງດອງ ແລະ ງານລ້ຽງຕ່າງໆ ອາຫານເມນູນີ້ແມ່ນໄດ້ຮັບອິດທິພົນມາຈາກປະເທດຝຣັ່ງ ແຕ່ສູດທີ່ມີຢູ່ໃນບ້ານເຮົາແມ່ນໄດ້ມີການປະຍຸກດັດແປງໃຫ້ເປັນລົດຊາດທີ່ຄົນລາວມັກ ເຮົາມີວິທີເຮັດແບບງ່າຍໆ ເຮັດກິນຢູ່ເຮືອນກໍແຊບໄດ້ຄືກັນ.

May be an image of food

ເຄື່ອງປຸງ

ຊີ້ນງົວ 500 ກຣາມ ( ຕັດເປັນຕ່ອນພໍດີຄຳ )

ຊັອດໝາກເຫຼ່ນເຂັ້ມຂຸ້ນ 1 ປ໋ອງ

ກະຣົດ 2 ຫົວ ( ປອກ ແລະ ຕັດເປັນຕ່ອນພໍດີຄຳ )

ມັນຝຣັ່ງ 2 ຫົວ ( ປອກ ແລະ ຕັດເປັນຕ່ອນພໍດີຄຳ )

ຫອມບົ່ວຫົວໃຫຍ່ 1 ຫົວ ( ປອກ ແລະ ຕັດເປັນຕ່ອນພໍດີຄຳ )

ເກືອເມັດໃຫຍ່ 1 ບ່ວງກາເຟ

ຄະນໍຜົງ 1 – 1/2 ບ່ວງແກງ

ນ້ຳຕານແດງ 2 ບ່ວງແກງ

ເບີເຄັມ 4 ບ່ວງແກງ

ກະທຽມ 7 ກີບ ( ສັບພໍມຸ່ນ )

ນ້ຳ 1/2 ລິດ, ຖ້າຮູ້ສຶກແຫ້ງໂພດໃຫ້ໃສ່ຕື່ມໄດ້

ວິທີເຮັດ

1 ເອືອບຊີ້ນໃສ່ກັບເກືອ, ຄະນໍ, ນ້ຳຕານຊາຍແດງ ໝັກໄວ້ 30 ນາທີ.

2 ຄ້າງໝໍ້ໃສ່ນ້ຳມັນເບີໃຫ້ເປື່ອຍ ແລ້ວເອົາກະທຽມລົງຈຽວໃຫ້ເຫຼືອງຫອມ ( ໝັ່ນຄົນຢ່າໃຫ້ໄໝ້ )

3 ໃສ່ຊີ້ນລົງໄປ ແລະ ຕາມດ້ວຍຊັອດໝາກເຫຼ່ນກະປ໋ອງ ຄົນໃຫ້ເຂົ້າກັນແລ້ວຕື່ມນ້ຳໃຫ້ຖ້ວມຊີ້ນ ປິດຝາໝໍ້ຕົ້ມໄຟກາງໆ ປະມານ 30 ນາທີ.

4 ຈາກນັ້ນເອົາກະຣົດ, ມັນຝຣັ່ງ ແລະ ຫອມບົ່ວຫົວໃຫຍ່ໃສ່ລົງໄປຕົ້ມລວມກັນຕໍ່ອີກ ປະມານ 20 ນາທີ.

5 ຊີມລົດຊາດໃຫ້ພໍດີ, ຕັກໃສ່ຖ້ວຍໂຮຍພິກໄທແລ້ວເອົາເຂົ້າຈີ່ຄຸ້ຍ! ແຊບ.

ທີ່ມາ: https://www.zap.la/lo/recipe-308-lao-ragout