ຂ່າວດີ! ຄະນະສະເພາະກິດປະກາດ ຈະເລີ່ມສັກວັກຊີນ ຊິໂນຟາມ ເຂັມທີ 1 ຮອບໃໝ່ທົ່ວປະເທດ14 ມິຖຸນານີ້

2435

ວັກຊີນຟາຍເຊີ ຈະເລີ່ມສັກໃຫ້ປະຊາຊົນກຸ່ມເປົ້າໝາຍຢູ່ນະຄອນຫຼວງວຽງຈັນ ນັບແຕ່ວັນທີ15 ມິຖຸນາ 2021 ເປັນຕົ້ນໄປ; ສ່ວນວັກຊີນຊິໂນຟາມຈຳນວນ500.000ໂດສ ຈາກການຊ່ວຍເຫຼືອຂອງສປຈີນ ຈະເລີ່ມສັກໃນຂອບເຂດທົ່ວປະເທດນັບແຕ່ວັນທີ14 ມິຖຸນາ 2021ເປັນຕົ້ນ.

ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນຂອງຄະນະສະເພາະກິດເພືອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 12 ມິຖຸນາ 2021 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານການໃຫ້ວັກຊີນໃນຂອບເຂດທົ່ວປະເທດ ມາຮອດປັດຈຸບັນສັກເຂັມທີ 1 ແລ້ວ 712.793 ເຂັມ ກວມ 9,71%; ສັກເຂັມ 2 ໄດ້ 385.921 ເຂັມ ກວມ 5,26%.

ອີງຕາມທິດຊີ້ນຳຂອງຄະນະສະເພາະກິດລະດັບຊາດ ໄດ້ມີແຈ້ງການ ເລກທີ 3619/ສປກ ລົງວັນທີ 5 ມິຖຸນາ 2021 ກໍ່ໄດ້ຕັດສິນໃຈນຳເອົາວັກຊີນຟາຍເຊີ້ ຈຳນວນ 100.620 ໂດສ ລົງໃຫ້ບໍລິການສັກຢູ່ນະຄອນຫຼວງວຽງຈັນ ນັບແຕ່ວັນທີ15 ມິຖຸນາ 2021 ເປັນຕົ້ນໄປ ເຊິ່ງຈະສັກໃນ3 ກຸ່ມເປົ້າໝາຍ.

3 ກຸ່ມເປົ້າໝາຍຄື: ກຸ່ມທີ 1 ແມ່ນມີອາຍຸ 60 ປີ ຂຶ້ນໄປ, ກຸ່ມທີ 2 ແມ່ນຄົນທີ່ມີຄວາມສ່ຽງສູງເຊັ່ນ: ພະນັກງານລັດຖະກອນທີ່ຢູ່ຕາມດ່ານສາກົນຈຸດເຂົ້າ-ອອກ ຂອງປະເທດ ຫຼື ພະນັກງານທີ່ການເດີນທາງເຂົ້າ-ອອກ ແລະ ມີການເດີນທາງໄປຕ່າງແຂວງຢູ່ເລື່ອຍໆກໍ່ມີຄວາມຈຳເປັນຕ້ອງໄດ້ສັກ ເຊິ່ງພວກເພີ່ນບໍ່ສາມາດສັກວັກຊີນຊະນິດອື່ນໃດມາກ່ອນ ແລະ ກຸ່ມທີ 3 ແມ່ນຜູ້ທີ່ມີພະຍາດປະຈຳຕົວ ເຊິ່ງເປັນສິ່ງທີ່ແພດໝໍຕ້ອງໄດ້ເອົາໃຈໃສ່ ວ່າຕົນເອງມີຄວາມເປັນພະຍາດນັ້ນແທ້ບໍ່ ຕ້ອງມີໃບຢັ້ງຢືນ.

ສະຖານທີ່ສັກວັກຊິນຟາຍເຊີ ປະກອບມີ: ສະໂມສອນຫ້ອງວ່່າການປົກຄອງເມືອງຈັນທະບູລີ, ສະໂມສອນຫ້ອງວ່າການປົກຄອງເມືອງສີໂຄດຕະບອງ, ໂຮງໝໍເມືອງໄຊເສດຖາ, ໂຮງໝໍເມືອງສີສັດຕະນາກ, ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ໂຮງໝໍເມືອງຫາດຊາຍຟອງ, ໂຮງໝໍເມືອງສັງທອງ ແລະ ໂຮງໝໍນ້ອຍປາກຕອນ, ໂຮງໝໍເມືອງປາກງື່ມ ແລະ ໂຮງໝໍເມືອງນາຊາຍທອງ.

ອີກ1 ຂ່າວດີ ເນື່ອງຈາກປັດຈຸບັນ ພວກເຮົາໄດ້ຮັບການຢືນຢັນ ວ່າທາງລັດຖະບານ ສປ ຈີນ ຈະຕອບສະໜອງວັກຊີນຊີໂນຟາມມາໃຫ້ ສປປ ລາວ ຕື່ມອີກ ຈຳນວນ 500.000 ໂດສ. ເພາະສະນັ້ນ ແຕ່ລະແຂວງແມ່ນສາມາດປະຕິບັດສັກເຂັມ 1 ຮອບທີ 2 ໄປໄດ້ເລີຍ ແລະ ໃຫ້ປະຊາຊົນທຸກຄົນທີ່ຢູ່ໃນກຸ່ມເປົ້າໝາຍທີ່ມີອາຍຸແຕ່ 18 ປີຂຶ້ນໄປ ສາມາດເຂົ້າໄປສັກຢາວັກຊີນ ຮອບທີ 2 ເຂັມ 1 ສຳລັບວັກຊີນຊີໂນຟາມ ໄດ້ຕາມຈຸດບໍລິການ ນັບແຕ່ວັນຈັນທີ 14 ມິຖຸນາ ເປັນຕົ້ນໄປ ໂດຍໃຫ້ແຕ່ລະແຂວງເອົາໃຈໃສ່ຈັດຕັ້ງປະຕິບັດ.

ສະເພາະນະຄອນຫຼວງວຽງຈັນ ໃນວັນທີ 15 ມິຖຸນານີ້ ກໍຈະໄດ້ມີການສັກວັກຊີນຊີໂນຟາມ ຮອບທີ 2 ເຂັມ 1 ເຊັ່ນກັນຕາມຈຸດບໍລິການເຊັ່ນ: ຈຸດສະມາຄົມຈີນ ເມືອງຈັນທະບູລີ, ໂຮງໝໍເມືອງຈັນທະບູລີ, ໂຮງໝໍເມືອງສີໂຄດຕະບອງ ແລະ ມໍຕົ້ນສີໄຄ, ມສ ມິດຕະພາບລາວຫວຽດ ເມືອງໄຊເສດຖາ, ສະໜາມກິລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ, ເມືອງນາຊາຍທອງ ແມ່ນຢູ່ໂຮງໝໍນ້ອຍອີ່ໄລ ແລະ ໂຮງໝໍນ້ອຍບ້ານບົວ, ໂຮງໝໍເມືອງໄຊທານີ ແລະ ໂຮງໝໍນ້ອຍໂຄກສີວິໄລ, ໂຮງໝໍເມືອງຫາດຊາຍຟອງ, ຫ້ອງການສາທາລະນະສຸກ ເມືອງສັງທອງ ແລະ ໂຮງໝໍເມືອງປາກງື່ມ.