ເຈົ້າແຂວງຈໍາປາສັກ ລົງຢ້ຽມຢາມ ແລະ ໂອ້ລົມ ຄະນະຄຸ້ມຄອງດ່ານສາກົນຫນອງນົກຂຽນ ຊາຍແດນລາວ-ກຳປູເຈຍ

528

ວັນທີ 9 ມີຖຸນາ 2021, ທີ່ດ່ານສາກົນຫນອງນົກຂຽນ ຊາຍແດນລາວ-ກຳປູເຈຍ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ໂອ້ລົມ ເຈົ້າໜ້າທີ່, ພະນັກງານ ຂອງ ຄະນະຄຸ້ມຄອງດ່ານສາກົນຫນອງນົກຂຽນ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຈາກແຂວງ ແລະເມືອງໂຂງ ເຂົ້າຮ່ວມ.


ໂອກາດນີ້, ທ່ານ ພັນໂທ ສຸລິເດດ ວົງສັກເມືອງ ຫົວຫນ້າຄະນະຄຸ້ມຄອງດ່ານສາກົນຫນອງນົກຂຽນ ໄດ້ລາຍງານສະພາບການເຄື່ອນໄຫວ ວຽກງານຄຸ້ມຄອງດ່ານ ປະຈໍາເດືອນ 05 ປີ 2021, ສັງລວມການຈັດຕັ້ງປະຕິບັດວຽກງານພາຍໃນດ່ານ, ແຜນຈັດເກັບລາຍຮັບເຂົ້າ ງົບປະມານ ພາສີ-ອາກອນວີຊາ ແຜນປີ 1,2 ຕື້ກວ່າກີບ, ການຈັດຕັ້ງປະຕິບັດເກັບລາຍຮັບໃນໄລຍະ 5 ເດືອນ ປະຕິບັດໄດ້ທັງຫມົດ 1,473 ລ້ານກວ່າກີບ ທຽບໃສ່ແຜນປີ 122,76% ແຜນປີພາສີເເມ່ນ 1 ຕື້ກີບ ປະຕິບັດໄດ້ 1.473 ລ້ານກວ່າກີບ, ທຽບໃສ່ແຜນປີຂອງພາສີປະຕິບັດໄດ້ 122,76%. ເຮັດຫນ້າທີ່ກວດກາຄົນເຂົ້າ – ອອກເມືອງໃນ 01 ເດືອນຜ່ານມາ ມີ 15 ຄົນ, ໄດ້ກວດກາສິນຄ້າຜ່ານແດນແຕ່ລະປະເພດເຊັ່ນ: ເຄື່ອງສິນຄ້າ, ພາຫະນະເຂົ້າ – ອອກ ແລະ ເກັບເງິນ ພາສີ ອາກອນຄ່າທໍານຽມຕ່າງໆ ໄດ້ຈໍານວນທັງຫມົດ 380.782,100 ກີບ.


ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຍ້ອງຍໍ ຊົມເຊີຍ ແລະຕີລາຄາລູງຕໍ່ຜົນສຳເລັດຂອງ ຄະນະຄຸ້ມຄອງດ່ານສາກົນຫນອງນົກຂຽນ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມນັ້ນ ຕ້ອງໄດ້ພ້ອມກັນ ສືບຕໍ່ ຊີ້ນຳວຽກງານ ການເມືອງ-ແນວຄິດ ໃຫ້ສູງຂື້ນກວ່າເກົ່າ. ຮັບປະກັນວຽກງານວິຊາສະເພາະ ແລະ ຊີວິດການເປັນຢູ່ ໂດຍຖືເອົາຫ້ອງການຄຸ້ມຄອງດ່ານເປັນຈຸດໃຈກາງໃນການນໍາພາຊຸກຍູ້ການເຄື່ອນໄຫວ ປະຕິບັດຫນ້າທີ່ ຂອງແຕ່ລະຫນ່ວຍງານ ແລະ ມີການປະສານສົມທົບກັບສາຍຕັ້ງທີ່ກຽ່ວຂ້ອງຢ່າງປົກກະຕິ. ເອົາໃຈໃສ່ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຈຳປາສັກ ໃຫ້ເລິກເຊິ່ງ ກຳແໜ້ນ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ 9 ຂອງແຂວງ ແລະເມືອງ.