ປະກາດແຕ່ງຕັ້ງຫຼາຍຕຳແໜ່ງສຳຄັນໃນກອງບັນຊາການທະຫານອາກາດ

526

ວັນທີ 7 ມີຖຸນາ ນີ້, ຢູ່ທີ່ສະໂມສອນ ກອງບັນຊາບັນການທະຫານອາກາດໄດ້ຈັດພິພີປະກາດໃຫ້ນາຍທະຫານພັກການຮັບເບ້ຍບໍານານ ແລະ ປະກາດການຈັດຕັ້ງບັນຊາ ຮັກສາການ ຫົວໜ້າຫ້ອງ, ຮອງຫ້ອງ ແລະ ຫົວໜ້າພະແນກ, ຮອງພະແນກ ໂດຍການເຂົ້າຮ່ວມເປັນປະທານ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ , ມີຄະນະພັກ-ຄະນະບັນຊາ (ກທອ), ຄະນະຫ້ອງ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 702, 703 ແລະ ຫົວໜ້າພະແນກເຂົ້າຮ່ວມ.

ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ກອງບັນຊາການທະຫານອາກາດພັກການຮັບເບ້ຍບໍານານ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ( ສະບັບປັບປຸງ) ໃນພາກທີ III ໝວດທີ 01 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານ ກະຊວງປ້ອງກັນປະເທດຕົກລົງອະນຸມັດໃຫ້ສະຫາຍ ພົນຈັດຕະວາ ພັນທະມິດ ວໍລະບຸດ ຮອງຮັບຜິດຊອບວຽກງານອົບຮົມການບິນ ຫົວໜ້າຫ້ອງອົບຮົມການບິນ ກອງບັນຊາການທະການອາາກາດ, ສະຫາຍ ພັນເອກ ບຸນກວ້າງ ໃຈມະວົງສາ ຮອງການທະຫານ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 703 ພັກການຮັບເບ້ຍບໍານານ.

ແລະ ປະກາດຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າຫ້ອງອົບຮົມການບິນກອງບັນຊາການທະຫານອາກາດ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ( ສະບັບປັບປຸງ) ໃນພາກທີ່ II ໝວດທີ 04 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ-ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາປັນ ສຸດີ ຮັກສາການຫົວໜ້າຫ້ອງອົບຮົມການບິນ( ກທອ), ສະຫາຍ ພັນໂທ ພິລາວົງ ມະໂນລາ ເປັນຮອງຫົວໜ້າຫ້ອງການ (ກທອ), ສະຫາຍ ພັນໂທ ບົວວັນ ກັນຍາວົງ ເປັນຮອງການທະຫານ ທັງເປັນຫົວໜ້າ ພະແນກເສນາທິການ ກອງພັນໃຫຍ່ 703 ແລະ ຜ່ານຂໍ້ຕົກລົງແຕ່ງຕັ້ງຂັ້ນຫົວໜ້າພະແນກ ແລະ ຮອງພະແນກຂອງຫ້ອງອົບຮົມການບິນ (ກທອ), ກົມໃຫຍ່ການເມືອງກອງທັບ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນເອກ ຄໍາສີ ພັນທະລາວົງ ເປັນຫົວໜ້າ ພະແນກແຜນການອົບຮົມການບິນ ແລະ ສູ້ຮົບເທິງອາກາດ, ສະຫາຍ ພັນເອກ ບຸນທັນ ຈັນພະສີ ເປັນຫົວໜ້າພະແນກກົດລະບຽບການບິນ, ສະຫາຍ ພັນຕີ ສຸລິວັນ ເພັດມະນີ ເປັນຫົວໜ້າພະແນກຄຸ້ມຄອງ ແລະ ກໍ່ສ້າງກໍາລັງນັກຮຽນ.

ສະຫາຍ ຮ້ອຍເອກ ທອງພັນ ສີສະອາດ ເປັນຮອງຫົວນ້າພະແນກຈາລະຈອນທາງເດີນອາກາດ, ສະຫາຍ ຮ້ອຍເອກ ນັນທາ ທົນທະລາ ເປັນຮອງຫົວນ້າພະແນກໂຮງຮຽນສູນຝືກ ແລະ ຫ້ອງຂັບຈໍາລອງ ແລະ ຍົກຍ້າຍ ສະຫາຍ ພັນໂທ ວົງເພັດ ມະນີພົນ ຮອງການທະຫານ ກອງພັນ 993 ກົມໃຫຍ່ການເມືອງກອງທັບໄປໃຫ້ ກທອ, ຍົກຍ້າຍ ສະຫາຍ ພັນໂທ ໂສດາ ໄຊຍະລາດ ຊ່ວຍວຽກ ພະແນກກຽມພ້ອມສູ້ຮົບ ກົມສູ້ຮົບກົມໃຫຍ່ເສນາທິການກອງທັບໄປໃຫ້ ກທອ ແລະ ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງປ່ຽນແທນກໍາມະການຄະນະພັກ ກອງບັນຊາການທະຫານອາກາດ, ຄະນະພັກກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍພົນຈັດຕະວາ ບຸນມາ ຈັນທະວົງສາ ຮອງຫົວໜ້າກອງບັນຊາການທະຫານອາກາດ ເປັນກໍາມະການຄະນະພັກປ່ຽນແທນສະຫາຍ ພົນຈັດຕະວາ ພັນທະມິດ ວໍລະບຸດ ທີ່ພັກການຮັບເບ້ຍບໍານານ.
ໂດຍ: ສີທາ ສີສົມ