ເຢຍລະມັນ ບຽດຊະນະ ປ໊ອກຕຸຍການ 1-0 ຄວ້າແຊັມຢູໂຣ ຮຸ່ນອາຍຸບໍ່ເກີນ 21 ປີສະໄໝທີ 3

475

ທີມຊາດເຢຍລະມັນ ຮຸ່ນອາຍຸບໍ່ເກີນ 21 ປີບຽດເອົາຊະນະ ປ໊ອກຕຸຍການ ຫວຸດຫວິດ 1-0 ຄວ້າແຊັມການແຂ່ງຂັນບານເຕະຊີງແຊັມແຫ່ງຊາດເອີຣົບ ຫຼື ຢູໂຣ 2021 ຮຸ່ນອາຍຸບໍ່ເກີນ 21 ປີ ເມື່ອວັນທີ 6 ມິຖຸນາ 2021 ທີ່ສະໜາມສະຕາດິໂອນ ສະໂຕຊິເຊ ປະເທດສະໂລວີເນຍ.

ນັດດັ່ງກ່າວ ທີມຊາດເຢຍລະມັນ ໄດ້ປະຕູຂຶ້ນນໍາ 1-0 ຈາກການຈັງຫວະເກມບຸກທາງດ້ານຂວາເຊິ່ງເປັນ ລູຄັສ ເອັນເມຊາ ແຕະບານໜີຜູ້ຮັກສາປະຕູ ປ໊ອກຕຸຍການ ກ່ອນຍິງເຂົ້າໄປງ່າຍໆໃນນາທີໆ 49 ສ່ວນໄລຍະເວລາທີ່ເຫຼືອ ປ໊ອກຕຸຍການ ເປີດເກມບຸກເພື່ອເອົາປະຕູຄືນ ແຕ່ຈົບປະຕູບໍ່ດີພໍ ໝົດເວລາ 90 ນາທີ ເຢຍລະມັນ ເອົາຊະນະໄປ 1-0 ຄວ້າແຊັມໄປຄອງ.

ສໍາລັບ ແຊັມຄັ້ງນີ້ເຮັດໃຫ້ ທີມຊາດເຢຍລະມັນ ຄວ້າແຊັມ ຢູໂຣ ຮຸ່ນອາຍຸບໍ່ເກີນ 21 ປີເປັນສະໄໝທີ 3 ຕໍ່ຈາກປີ 2009 ແລະ 2017.