ສາຍໃຕ້ແຈ້ງປິດສາຍຟ້າແລບຫຼັງມີແຕ່ຄົນບໍ່ສັກວັກຊີນໄປຂຶ້ນລົດ

627

ສະຖານີຂົນສົ່ງສາຍໃຕ້ນັບວ່າເປັນຈຸດບໍລິການຂົນສົ່ງໂດຍສານທີ່ໃຫຍ່ສຸດຂອງນະຄອນຫຼວງວຽງຈັນ ມີລົດແລ່ນເຂົ້າອອກແຕ່ລະວັນຫຼາຍສິບຄັນ ນັບແຕ່ນະຄອນຫຼວງປະກາດລັອກດາວ ສາຍໃຕ້ເປັນຄີວລົດທຳອິດທີ່ປະກາດປະຕິບັດມາດຕະການຂອງລັດຖະບານ ແລະການລັອກດາວກໍ່ແກ່ຍາວມາເປັນຄັ້ງທີ 3-4 ຕິດຕໍ່ກັນເນື່ອງຈາກຜູ້ຕິດໂຄວິດໃນຊຸມຊົນບໍ່ໝົດຈັກເທື່ອ.

ຫຼ້າສຸດໃນວັນທີ 4 ມິຖຸນາຜ່ານມາ ລັດຖະບານໄດ້ປະກາດອະນຸຍາດໃຫ້ເປີດການຂົນສົ່ງທັງທາງບົກ ແລະທາງອາກາດໄດ້ ແຕ່ຜູ້ໂດຍສາຍທີ່ຈະໄປໃຊ້ບໍລິການຕ້ອງແມ່ນຜູ້ທີ່ຮັບວັກຊີນຄົບສອງເຂັມແລ້ວຈິ່ງໃຫ້ເດີນທາງໄດ້.

ຫຼັງການຖະແຫຼງຂ່າວຂອງລັດຖະບານ ສະຖານີຂົນສົ່ງສາຍໃຕ້ໄດ້ຕົກລົງເປີດບໍລິການນັບແຕ່ວັນທີ 5/6/2021 ເປັນຕົ້ນໄປ ຜູ້ທີ່ສາມາດເດີນທາງໄດ້ ພ້ອມລະບຸຕາມເຈດຕະນາລົມຂອງລັດຄືຕ້ອງສັກວັກຊີນຄົບ 2 ເຂັມ ເທົ່ານັ້ນເດີ້.


ພ້ອມນີ້ຍັງໄດ້ຝາກເບີຖທໄວ້ສອບຖາມສຳລັບຜູ້ຕ້ອງການເດີນທາງ ຕ້ອງແມ່ນສະເພາະຜູ້ສັກວັກຊີນຄົບ 2 ເຂັມເທົ່ານັ້ນ , ທ່ານໃດບໍ່ທັນໄດ້ຮັບວັກຊີນ ແນະນຳໂທສອບຖາມກ່ອນ ເພື່ອບໍ່ໃຫ້ມາແອອັດຢູ່ສະຖານີ.

ແນວໃດກໍ່ຕາມປະກົດວ່າປະຊາຊົນບໍ່ໄດ້ຟັງໜ້າຫຼັງພາກັນຍິນແຕ່ຂ່າວວ່າເປີດໂດຍສານແລ້ວກໍ່ພາກັນໄປຊື້ປີ້ ອີງຕາມການຊີ້ນຳຂອງຂັ້ນເທິງ ແລະການກວດກາຕົວຈີງໃນມື້ວັນທີ 5 ມິຖຸນາ 2021 ນີ້ເຫັນວ່າ ຜູ້ໂດຍສານສ່ວນໃຫຍ່ແມ່ນບໍ່ໄດ້ຮັບການສັກວັກຊີນຄົບຕາມແຈ້ງການທີ່ລະບຸໄວ້.


ເຊີ່ງພາຍໃຕ້ ຂໍ້ກຳນົດດັ່ງກ່າວທາງຄິວລົດສາຍໃຕ້ບໍ່ສາມາດເປີດດຳເນີນກິດຈະການໄດ້ ສະນັ້ນ ທາງສະຖານີຈື່ງຂໍປິດບໍລິການຊົ່ວຄາວແບບບໍ່ມີກຳນົດໄປຕື່ມອີກ ຈົນກວ່າຈະມີການຜ່ອນຜັນ ມາດຕະການຕ່າງໆ ໃຫ້ຫລາຍກວ່ານີ້. ສະນັ້ນຈື່ງຂໍແຈ້ງມາຍັງຜູ້ໂດຍສານທຸກໆທ່ານເພື່ອຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ.