ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງບົວລະພາ ຈັດພິທີປູກຕົ້ນໄມ້ ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ

398

ໃນຕອນເຊົ້າຂອງວັນທີ່ 3 ມີຖຸນາ 2021 ທີ່ຜ່ານມາ ຢູ່ທີ່ ນາສົມບູນ ຫົວງານກໍ່ສ້າງນໍ້າກະຕະ ເມືອງບົວລະພາ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ໄດ້ຈັດພິທີ ປູກຕົ້ນປະຈໍາປີ 2021 ຂື້ນ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຄຳຮູ້ ວົງພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ເຂົ້າຮ່ວມໃນພິທີດັງກ່າວ ທ່ານ ຄູນໄຊ ໄຟປັນຍາ ຫົວໜ້າຫ້ອງວາການ ເມືອງໆບົວລະພາ ແຂວງຄໍາມ່ວນ ທ່ານ ບຸນສວນ ພົງພິຈິດ ຮອງຫົວໜ້າອຸດທິຍານແຫ່ງຊາດ ນາກາຍນໍ້າເທີນ,ບັນດາຫົວໜ້າ ຮອງຫົວໜ້າຫ້ອງການ ພະນັກງານ ວີຊາການທຸກຂະແໜງການອ້ອມຂ້າງເມືອງ, ແລະ ແຂກຖືກເຊີນ, ເຂົ້າຮ່ວມນໍາຢ່າງພ້ອມພຽງ.


ໃນພິທີດັງ ທ່ານ ຄຳຮູ້ ວົງພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງບົວລະພາ ກໍ່ໄດ້ເຫຼົ່າມູນເຊືອປະຫວັດຄວາມເປັນມາ ຂອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ່ 1ມີຖຸນາ ຂອງທຸກໆປີເປັນວັນປູກຕົ້ນໄມ້ແຫ່ງຊາດ ກໍ່ເນື່ອງຈາກວ່າເດືອນມີຖຸນາ ແມ່ນເດືອນທີ່ກ້າວເຂົ້າສູ່ລະດູຝົນ ເຊິ່ງເປັນລະດູທີ່ພື້ນດີນມີຄວາມຊຸມຊື່ນ ແລະ ເຮັດໃຫ້ຕົ້ນໄມ້ເຕີບໃຫ່ຍຂະຫຍາຍຕົວໄດ້ໃວ ພ້ອມກັນນັ້ນ ກໍ່ເພື່ອເປັນການພື້ນພູປ່າ ໃຫ້ມີເນື້ອທີ່ປົກຄຸ້ມຕະຫຼອດປີ ແລະ ອີກຢ່າງໜື່ງກໍ່ເພື່ອເປັນການສ້າງຈິດສຳນືກ ໃຫ້ກັບພໍ່ແມ່ປະຊາຊົນ ໃຫ້ມີຄວາມເປັນເຈົ້າການ ໃນການອະນຸລັກຮັກສາປ່າໄມ້ ພ້ອມດຽວກັນນັ້ນກໍ່ເພື່ອເຮັດໃຫ້ຂະບວນການປູກຕົ້ນໄມ້ໄດ້ເຄື່ອນໄຫວຢ່າງຕໍ່ເນືອງໃນປີ 2021 ແລະ ຕະຫຼອດໄປ ເຊິງເບ້ຍໄມ້ທີ່ໄດ້ນຳມາປູກ ມີໄມ້ອຸດສາຫະກຳ ແລະ ໄມ້ກິນໝາກ ເປັນຕົ້ນ : ໄມ້ດູ່ລາຍ 300 ເບ້ຍ,ໄມ້ດູ່ທຳມະຊາດ 100 ເບ້ຍ,ໄມ້ຂະຍຸງ 500 ເບ້ຍ,ໄມ້ວິກ 5,000 ເບ້ຍ.ໄມ້ໃຫ້ໝາກ ຈຳນວນ 100 ເບ້ຍເຊັ່ນ: ຕົ້ນມ່ວງ 60 ເບ້ຍ, ຕົ້ນລຳໄຍ 40 ເບ້ຍ.


ໃນພິທີດັງກ່າວ ທ່ານ ຄູນໄຊ ໄຟປັນຍາ ຫົວໜ້າຫ້ອງວາການ ເມືອງໆບົວລະພາ ກໍ່ໄດ້ໂອ້ລົມມີຄຳເຫັນ ເບື້ອງຕົ້ນ ທ່ານ ກໍ່ໄດ້ຍ້ອງຊົມເຊີຍຕໍ່ບັນດາຫ້ອງການ ພະນັກງານວິຊາການ ທີ່ໄດ້ຮ່ວມແຮງຮ່ວມໃຈກັນ ມາປູກຕົ້ນໄມ້ ໃນວັນປູກຕົ້ນດັ່ງກ່າວ,ພ້ອມ ກັນນັ້ນ ທ່ານ ຍັງໄດ້ຮຽກ ໃຫ້ຫ້ອງການກະສິກຳ -ປ່າໄມ້ ເມືອງ ຄວນເປັນເຈົ້າການໃນການປຸກລະດົມຊຸກຍູ້ສົ່ງເສີມບັນດາພະນັກງານ ແລະ ນຳພາ ພໍ່ແມ່ປະຊາຊົນ ພາຍໃນເມືອງພ້ອມພາກັນປູກຕົ້ນໄມ້ເພື່ອພື້ນພູປ່າ ທີ່ຊຸດໂຊມ ໃຫ້ມີຄວາມອຸດົມສົມບູນຂື້ນໄປເລື້ອຍໆເພືອເຮັດໃຫ້ມີເນື້ອທີ່ເມືອງບົວລະພາປົກຄຸ້ມຫລາຍຫວ່າ 80% ຂອງເນື້ອທີ່ທັງໝົດໃນປີ 2021 ນີ້.