ມອບຮັບໜ້າທີ່ ເລຂາພັກເມືອງ ເຈົ້າເມືອງ ລ້ອງແຈ້ງ ແລະ ຫົວໜ້າພະແນກຍຸຕິທໍາແຂວງ ໄຊສົມບູນ

615

ພິທີ ມອບ-ຮັບໜ້າທີ່ ເລຂາພັກເມືອງ ເຈົ້າເມືອງ ລ້ອງແຈ້ງ ແລະ ຫົວໜ້າພະແນກຍຸຕິທໍາແຂວງ ໄຊສົມບູນ ລະຫວ່າງຜູ້ເກົ່າ ແລະ ຜູ່ໃໝ່ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ່ 2 ມິຖຸນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງ ລ້ອງແຈ້ງ ໂດຍການເປັນປະທານຂອງ ທ່ານ ພອຍຄໍາ ຮຸ່ງບຸນຍວງ ຮອງເລຂາພັກແຂວງ ໄຊສົມບູນ.


ໃນພິທີ ທ່ານ ທອງວັນ ທໍາມະວົງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຄໍາສັ່ງວ່າດ້ວຍການຍົກຍ້າຍ ແລະ ການແຕ່ງຕັ້ງພະນັກງານຄື: ຍົກຍ້າຍທ່ານ ອິນຕອງ ໂຄດປັນຍາ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ລ້ອງແຈ້ງ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າພະແນກຍຸຕິທໍາແຂວງ, ຍົກຍ້າຍທ່ານ ອຸດອນ ສິງດາລາ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງໄຊສົມບູນ ໄປຮັບໜ້າທີ່ໃໝ່ເປັນເລຂາພັກເມືອງ, ເຈົ້າເມືອງ ລ້ອງແຈ້ງ ຜູ່ໃໝ່.


ພ້ອມນັ້ນ ທ່ານ ອິນຕອງ ໂຄດປັນຍາ ກໍາມະພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງລ້ອງແຈ້ງ ຜູ່ເກົ່າ ໄດ້ຂຶ້ນຜ່ານບົດບັນທຶກ ແລະ ກ່າວມອບໜ້າທີ່, ຈາກນັ້ນ ໄດ້ມີການລົງນາມເຊັນບົດບັນທຶກມອບຮັບໜ້າທີ່ ລະຫວ່າງ ທ່ານ ອິນຕອງ ໂຄດປັນຍາ ເຈົ້າເມືອງ ລ້ອງແຈ້ງ ຜູ່ເກົ່າ ແລະ ທ່ານ ອຸດອນ ສິງດາລາ ເຈົ້າເມືອງ ລ້ອງແຈ້ງ ຜູ່ໃໝ່ ຢ່າງເປັນທາງການ ໂດຍຊ່ອງໜ້າ ທ່ານ ພອຍຄໍາ ຮຸ່ງບຸນຍວງ ຮອງເລຂາພັກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ສະໜັບສະໜູນຂ່າວໂດຍ: