ແຂວງສະຫວັນນະເຂດ ເປີດລະດູການການປູກໄມ້ ແລະ ປ່ອຍປາ ປະຈຳປີ 2021

526

ໃນວັນທີ 1 ມິຖຸນາ 2021 ທີ່ໜ້າຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີເປີດລະດູການປູກຕົ້ນໄມ້ແຫ່ງຊາດ, ປ່ອຍປາ, ອະນຸລັກສັດນ້ຳ-ສັດປ່າ ແລະສະເຫຼີມສະຫຼອງວັນເດັກນ້ອຍສາກົນປະຈຳປີ 2021 ໂດຍການເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ບັນດາທ່ານຄະນະການນຳຂັ້ນສູງຂອງແຂວງ, ເຈົ້ານະຄອນໄກສອນ ພົມວິຫານ, ພະແນກການກົມກອງອ້ອມຂ້າງແຂວງ, ນັກທຸລະກິດຫ້າງຮ້ານຕ່າງໆ ພ້ອມດ້ວຍນ້ອງນ້ອຍເຍົາວະຊົນ-ອະນຸຊົນເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ໂອກາດນີ້, ທ່ານ ທອງໄສ ໄຊຍະວົງຄໍາດີ ຫົວໜ້າຫ້ອງວ່າການປົກຄອງແຂວງ ກໍໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ; ຈາກນັ້ນ, ໃນພິທີ ກໍໄດ້ມີການມອບ-ຮັບຕົ້ນຈຳປາຈຳນວນ 400 ຕົ້ນ ໃຫ້ ພະແນກກະສິກຳ-ປ່າໄມ້ແຂວງ ຊຶ່ງມອບໂດຍສະພາການຄ້າ ແລະ ອຸດສາຫະກຳແຂວງ ເພື່ອນຳໄປປູກປະດັບຕາມສະຖານທີ່ຕ່າງໆ, ພ້ອມນັ້ນກໍໄດ້ມີການມອບໃບຍ້ອງຍໍ ແລະໃບຊົມເຊີຍຂອງທ່ານເຈົ້າແຂວງສະຫວັນນະເຂດ ໃຫ້ຜູ້ທີ່ປະກອບສ່ວນວັດຖຸ, ອຸປະກອນຕ່າງໆ ເຂົ້າໃນການປັບປຸງສວນຫຍ້າ, ປູກຕົ້ນໄມ້, ສວນນ້ຳຕົກ ແລະນ້ຳພຸຂອງຫ້ອງວ່າການປົກຄອງແຂວງ.


ໃນພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງເຖິງຄວາມໝາຍຄວາມສໍາຄັນຂອງວັນສິ່ງແວດລ້ອມແຫ່ງຊາດ ແລະວັນສິ່ງແວດລ້ອມໂລກຈາກທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ.


ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ພ້ອມດ້ວຍບັນດາທ່ານການນຳຂອງແຂວງ, ນະຄອນ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມໃນພິທີຄັ້ງນີ້ ກໍໄດ້ຮ່ວມກັນປູກຕົ້ນໄມ້ໃຫຍ່ທີ່ສວນຫຍ້າຫ້ອງວ່າການປົກຄອງແຂວງ ແລະ ສວນສາທາລະນະໄກສອນ ພົມວິຫານ; ຮ່ວມກັນປ່ອຍປາ ຢູ່ທີ່ໜອງສະຂອງຫ້ອງວ່າການປົກຄອງແຂວງ; ສືບຕໍ່ໄປປ່ອຍປາຢູ່ໜອງບົວເງິນ-ບົວທອງ ທີ່ອະນຸສອນສະຖານປະທານໄກສອນ ພົມວິຫານ.


ພ້ອມທັງໄດ້ມີການປູກຕົ້ນໄມ້ຕາມສະຖານທີ່ຕ່າງໆພາຍໃນນະຄອນໄກສອນ ພົມວິຫານ, ປູກຕົ້ນໄມ້ຢູ່ບໍລິເວນສາມລ່ຽມເຊໂນ ເມືອງອຸທຸມພອນ ແລະ ທີ່ບໍລິເວນທ່າດ່ານປາກເຊບັ້ງໄຟ ເມືອງໄຊບູລີ ຕາມທີ່ໄດ້ກຳນົດໄວ້ນຳອີກ.