ສຕລ ມອບໜ້າທີ່ການຕະຫຼາດໃຫ້ກັບ ບໍລິສັດ MKTG Co.,Ltd ເປົ້າໝາຍປີນີ້ເພີ່ມຈາກສິ່ງທີ່ມີຢູ່ແລ້ວ

996

ພິທີຖະແຫຼງຄູ່ຮ່ວມມືດ້ານການຕະຫຼາດ ຜ່ານສື່ອອນລາຍ “ ZOOM ” ຈັດຂຶ້ນໃນຕອນບ່າຍຂອງວັນທີ 1 ມິຖຸນາ 2021 ເວລາ 14:00 ໂມງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ, ທ່ານ ປອ. ໄຊບັນດິດ ຣາຊະພົນ ຜູ້ອໍານວຍການໃຫຍ່ ບໍລິສັດ MKTG Co.,Ltd ແລະ ທ່ານ ມະໂນ ຍູວັນນະສັກ ຜູ້ອໍານວຍການ ຝ່າຍປະຕິບັດງານ ບໍລິສັດ MKTG Co.,Ltd ພ້ອມດ້ວຍສື່ມວນຊົນຈາກຫຼາຍໆພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ສໍາລັບການຮ່ວມມືກັບບໍລະສັດ MKTG Co.,Ltd ຈະເປັນມາດຕະຖານໃໝ່ ເຊິ່ງບໍລິສັດດັ່ງກ່າວຈະມາຊ່ວຍເຮັດໜ້າທີ່ການຕະຫຼາດ ໃນການຊອກຫາຄູ່ຮ່ວມທຸລະກິດໃຫ້ຫຼາຍໆຂຶ້ນ ໂດຍຈະມອບໝາຍກິດຈະກໍາດັ່ງກ່າວໃຫ້ບໍລິສັດດັ່ງກ່າວ ຮັບໜ້າທີ່ຮັບຜິດຊອບ ໄປຊອກຫາສະປອນເຊີ ແລະ ຄູ່ຮ່ວມທຸລະກິດ ໂດຍສະເພາະແມ່ນປີ 2021 ຊ່ວຍເງິນລາງວັນການແຂ່ງຂັນ ແລະ ລາງວັນອື່ນໆໃນອະນາຄົດ.

.

ທ່ານ ປອ. ໄຊບັນດິດ ຣາຊະພົນ ຜູ້ອໍານວຍການໃຫຍ່ ບໍລິສັດ MKTG Co.,Ltd ກ່າວວ່າ: ບໍລິສັດ MKTG Co.,Ltd ເປັນບໍລິສັດໃໝ່ ທີ່ຫາກໍໄດ້ຈົດທະບຽນໃນຕົ້ນປີນີ້, ເປັນບໍລິສັດດ້ານການຕະຫຼາດທາງດິຈິຕອລ ລົງເລິກເລື່ອງກີລາ ນໍາເອົາການໂຄສະນາແບບດິຈິຕອລໃຫ້ຄົນເຂົ້າເຖິງຫຼາຍຂຶ້ນ. ນອກນັ້ນ, ພວກເຮົາກໍຍັງເປັນຕົວແທນຂອງນັກກີລາ ໃນເລື່ອງສັນຍາ ແລະ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົວນັກກີລາເອງ.

“ ແນ່ນອນຕ້ອງຂອບໃຈ ສຕລ ທີ່ໃຫ້ໂອກາດບໍລິສັດຂອງພວກເຮົາທີ່ໄດ້ໃຫ້ໂອກາດໃນ 5 ປີ ເຊິ່ງພວກເຮົາມີທີມງານ ແລະ ມີເຄື່ອຄາຍທາງການຕະຫຼາດ ດິຈິຕອລ ເຊິ່ງການຮ່ວມມືຄັ້ງນີ້ມີແຜນ ແລະ ເປົ້າໝາຍຄື: ຊ່ວຍຫາສະປອນເຊີ ຈັດກິດຈະກໍາການແຂ່ງຂັນ ລາວລີກ ຫຼື ຂັນຕ່າງໆ ເພີ່ມຈາກສິ່ງທີ່ເພິ່ນມີແລ້ວ, ສ້າງຜະລິດຕະພັນ ແລະ ສົ່ງເສີ່ມນັກກີລາໃຫ້ໄປໄດ້ໄກທີ່ສຸດ ” ທ່ານ ປອ. ໄຊບັນດິດ ຣາຊະພົນ ກ່າວ.