ອອກມາແລ້ວ 26 ນັກເຕະທີມຊາດເວລ ລຸຍ ຢູໂຣ 2020 ກາງເດືອນນີ້ ນຳໂດຍ ແກເຣັດ ເບລ

526

ທີມຊາດເວລ ພາຍໃຕ້ການນໍາທີມ ໂຣເບິ ເພຈ ທີ່ເຂົ້າມາຮັບໜ້າທີແທນ ໄຣອັນ ກິກສ໌ ອອກມາປະກາດລາຍຊື່ 26 ນັກເຕະທີມຊາດກຽມລຸຍ ການແຂ່ງຂັນບານເຕະຊີງແຊັມແຫ່ງຊາດເອີຣົບ ຫຼື ຢູໂຣ 2020 ທີ່ເລື່ອນມາແຂ່ງຂັນໃນກາງເດືອນມິຖຸນາ 2021 ມີດັ່ງນີ້:

-ຜູ້ຮັກສາປະຕູ: ເວນ ເຮນເນສຊີ ຈາກຄຣິສຕັນ ພາເລຊ, ແກນນີ ວາດ ຈາກເລສເຕີ ຊິຕີ້ ແລະ ອະດໍາ ເດວີສ໌ ຈາກສະໂຕກ ຊິຕີ້.
-ກອງຫຼັງ: ຄຣິສ ກຸນເທີ ຈາກຊາຕັນ ແອເລຕິກ, ເບນ ເດວິສ໌ ຈາກທ໊ອດແນມ ຮ໊ອດສະເປີ, ຄຣິສ ແມບແຮມ ຈາກບອນມັດ, ທອມ ລ໊ອກເຢີ ຈາກລູຕັນ ທາວ, ໂຈ ໂຣດອນ ຈາກທ໊ອດແນມ ຮ໊ອດສະເປີ, ເຈມສ໌ ລໍເຣນ ຈາກຊັງ ເພົາລີ, ນິໂຄ ວິລລຽມສ໌ ຈາກລິເວີພູລ ແລະ ຣີສ໌ ນໍຣິງຕັນ-ດາວີສ໌ ຈາກເຊຟຟິວ ຢູໄນເຕັດ.
-ກອງກາງ: ອາຣອນ ແຮມຊີ ຈາກຢູເວນຕຸສ,ໂຈ ອັລເລນ ຈາກສະໂຕ໊ກ ຊິຕີ້, ຈອນນີ ວິລລຽມສ໌ ຈາກຄາດິຟ ຊິຕີ້, ແຮຣີ ວິລສັນ ຈາກລິເວີພູລ, ອີທານ ເອັມປາດູ ຈາກເຊລຊີ, ດານຽລ ເຈມສ໌ ຈາກແມນເຊັສເຕີ ຢູໄນເຕັດ, ເດວິດ ບຣູກສ໌ ຈາກບອນມັດ, ໂຈ ມໍເຣລ ຈາກລູຕັນ ທາວ ແລະ ຣູບິນ ໂຄລວິລ ຈາກຄາດິຟ ຊິຕີ້.

-ກອງໜ້າ: ແກເຣັດ ເບລ ຈາກຣີລ ມາດຣິດ, ທອມ ລໍເຣນຊ໌ ຈາກດາບີ ເຄົາຕີິ, ຄີຟເຟີ ມົວ ຈາກຄາດິຟ ຊິຕີ້, ໄທເລີ ໂຣເບິດ ຈາກລີດສ໌ ຢູໄນເຕັດ, ຣັບບີ ມາທອນໂດ ຈາກຊາເກ 04, ຈອຈ ໂທມັສ ຈາກຄວີນສ໌ ປາກ ເຣນເຈີ ແລະ ມາກ ແຮຣີສ ຈາກຄາດິຟ ຊິຕີ້.