ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 5 ເດືອນ 332 ຄົນ

478

ລາຍງານການເຝົ້າລະວັງພະຍາດໄຂ້ຍຸງລາຍ ໃນລາວ ເຊິ່ງນັບແຕ່ວັນທີ 26 ທັນວາ 2020 ເຖິງ 27 ພຶດສະພາ 2021 ທົ່ວປະເທດມີຕົວເລກກໍລະນີສະສົມຜູ້ເປັນພະຍາດໄຂ້ຍຸງລາຍທັງໝົດ ມີ 332 ກໍລະນີ ແລະ ຍັງບໍ່ມີຕົວເລກຜູ້ເສຍຊີວິດເທື່ອ.

ໃນ 5 ເດືອນ ປີ 2021 ນີ້ ຕົວເລກຜູ້ຕິດເຊື້ອໄຂ້ຍຸງໃນບັນດາແຂວງທົ່ວປະເທດ ຕິດຫຼາຍອັນດັບ 1 ແມ່ນແຂວງອັດຕະປື ມີຈຳນວນ 115 ຄົນ, ນະຄອນຫຼວງວຽງຈັນ 58 ຄົນ, ແຂວງສາລະວັນ 33 ຄົນ ແລະ ແຂວງອຸດົມໄຊ 28 ຄົນ, ແຂວງຫຼວງພະບາງ 22 ຄົນ, ຄຳມ່ວນ 20 ຄົນ.


ສ່ວນແຂວງທີ່ບໍ່ມີຜູ້ຕິດເຊື້ອໄຂ້ຍຸງລາຍມີ 5 ແຂວງຄື: ແຂວງບໍລິຄຳໄຊ, ໄຊສົມບູນ, ຜົ້ງສາລີ, ຊຽງຂວາງ ແລະ ຫົວພັນ.