ວໍເຕີ ເສຍໃຫ້ກັບ ນັກມວຍຈາກອຸດສະເບກິດສະຖານ ໃນການແຂ່ງຂັນມວຍສາກົນຊີງແຊັມອາຊີ 2021

648

ການແຂ່ງຂັນມວຍສາກົນ ຊີງແຊັມອາຊີ 2021 ( Asian Elite Men’s and Women’s Boxing Championships ຫຼື ASBC) ທີ່ນະຄອນດູໄບ ສະຫະລັດອາຣັບ ເອມີເຣດ (UAE) ໃນລະຫວ່າງວັນທີ 24-31 ພຶດສະພາ 2021 ມີນັກມວຍແຖວໜ້າຂອງອາຊີທີ່ມາຈາກ 28 ເຂົ້າຮ່ວມເຊັ່ນ: ອັຟການິສຖານ, ບາເຣນ, ອິນເດຍ, ອິນໂດເນເຊຍ, ອີຣັກ, ອີຣານ, ຈໍແດນ (ຊັອກດານີ້), ຄາຊັກສະຖານ, ສາທາລະນະລັດເກົາຫລີ, ຄູເວດ, ກີກິຊສະຖານ, ສປປ ລາວ, ມາເກົ້າ, ມາເລເຊຍ, ມົງໂກລີ, ເນປານ, ປາກິສຖານ, ຟິລິບປິນ, ກາຕ້າ, ສີລັງກາ, ຊີເຣຍ (ຊີຣີ), ທາຈີກິສຖານ, ໄທ, ເຕີກມີນິສຖານ, ອຸສເບກິສຖານ, ເຢເມັນ ແລະ ສະຫະລັດ ອາຣັບ ເອມີເຣດ ເຈົ້າພາບ, ຊິງໄຊໃນ 20 ລາຍການ, ຍິງ 10 ລາຍການ ແລະ ຊາຍ 10 ລາຍການ.

ຄໍ່າຄືນຂອງວັນທີ 24 ພຶດສະພາ 2021ເວລາ 23 ໂມງ ຄູ່ທີ 8 ຮຸ່ນນໍ້າໜັກ 60 ກິໂລ ວໍເຕີ ສະນ້ອຍ ອຸປະຖານາ ຕົວແທນໜຶ່ງດຽວຈາກ ສປປ ລາວ ພົບກັບ Abdulmalik Khalokov ຈາກອຸດສະເບກິສຖານ ເຈົ້າຂອງຫລຽນຄຳ ຊິງແຊ້ມໂລກລະດັບໄວໜຸ່ມ AIBA Youth World Boxing Championships ໃນປີ 2018

ປາກົດວ່າ Abdulmalik Khalokov ຊົກໄດ້ສົມລາຄາກັບແຊັມໂລກ ທັງໄດ້ປຽບທາງດ້ານຮູບຮ່າງສູງຍາວ ເອົາຊະນະ ວໍເຕີ ທັງ 3 ຍົກໂດຍກໍາມະການໃຫ້ຄະແນນຊະນະ 5-0 ( ດັ່ງຮູບລຸ່ມນີ້ ) ຢ່າງໃດກໍຕາມຮ່ວມໃຫ້ກໍາລັງໃຈ ວໍເຕີ ນັກກີລາຕົວແທນທີມຊາດລາວ ໃນລາຍການຕໍ່ໄປ

ສຳລັບ ວໍເຕີ ສະນ້ອຍ ອຸປະຖານາ ນັກມວຍເຊື້ອສາຍລາວ-ອາເມຣິກາ ອາຍຸ 35 ປີ ພໍ່ເປັນຄົນໄທ ແມ່ເປັນຄົນລາວ ເກີດຢູ່ລັດຄາລິຟໍເນຍ ສະຫະລັດອາເມຣິກາ, ເຂົ້າສູ່ການເປັນນັກມວຍຕັ້ງແຕ່ອາຍຸ 13 ປິ ສ່ວນປະສົບການຫາຍຫ່ວງຂຶ້ນສັງວຽນຊົກລະດັບສະໜັກຫລິ້ນມາຫລາຍກວ່າ 100 ຄັ້ງ ເຄີຍໄດ້ຫລຽນເງິນ ຊິງແຊ້ມອາເມຣິກາ ຮຸ່ນອາຍຸບໍ່ເກີນ 19 ປີ ໃນປີ 2003 ແລະ ອີກໜຶ່ງຫລຽນເງິນ ລາຍການ US National Golden Gloves Tournament ໃນປີ 2005 ຈາກນັ້ນກ້າວສູ່ນັກມວຍອາຊີບ ໃນປີ 2008 ຂຶ້ນສັງວຽນ 29 ຄັ້ງ ຊະນະເຖິງ 25 ຄັ້ງ ຄອງແຊ້ມລາຍການ Latino and US ລຸ້ນ Featherweight 57 ກິໂລ ແລະ Super featherweight ໃນປີ 2018 ແລະ 2019.

ຂ່າວ: ຫຼ້າ