ເຈົ້າແຂວງຈຳປາສັກ ລົງຕິດຕາມເບິ່ງໄພພິບັດຢູ່ເມືອງໂຂງ ຈາກລົມພາຍຸລະດູຮ້ອນ ພ້ອມມອບເຄື່ອງບັນເທົາທຸກ

403

ໃນຕອນເຊົ້າວັນທີ 20 ພຶດສະພາ 2021 ນີ້, ທ່ານ ວິໄລວົງ ບຸດດາຄຳ  ເຈົ້າແຂວງຈຳປາສັກ ພ້ອມຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງຕິດຕາມເຫດໄພພິບັດຈາກລົມພາຍຸລະດູຮ້ອນ ທີ່ພັດເຂົ້າໃສ່ບ້ານເຮືອນຂອງປະຊາຊົນໃນຫຼາຍບ້ານຂອບເຂດເມືອງໂຂງ ເຮັດໃຫ້ເຮືອນຫຼາຍຫຼັງຖືກເປ່ເພເສຍຫາຍຈຳນວນ 279 ຫຼັງຄາເຮືອນ, ປະເມີນມູນຄ່າເສຍຫາຍ ເບື້ອງຕົ້ນ 1ຕື້ກວ່າກີບ.


ທ່ານນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ ລາຍງານໃຫ້ຮູ້ວ່າ: ໃນຄືນວັນທີ 17 ພຶດສະພາ 2021 ເວລາປະມານ 21:30ໂມງ ໄດ້ເກີດມີລົມພະຍຸລະດູຮ້ອນ ພັດເຂົ້າໃສ່ບ້ານເຮືອນຂອງພໍ່ແມ່ປະຊາຊົນເປັນຕົ້ນ: ຢູ່ ກຸ່ມນາຝັ່ງມີຈຳນວນ 3 ບ້ານຄື ນາລານ, ຫ້ວຍໄຮ ແລະ ບ້ານລົມພັດ ມີ 94 ຫລັງຄາເຮືອນ; ກຸ່ມຫາດຊາຍຄູນມີຈຳນວນ 1 ບ້ານຄື: ນາແສນພັນ ມີ 29 ຫຼັງຄາເຮືອນ ແລະ ຈຸດຫົວໂຂງ ມີຈໍານວນ 6 ບ້ານຄື: ໂຂງແຫຼມ, ໂຂງຫາດງິ້ວ, ຫົວສັນ, ຫາງສັນ, ແສ່ນລ່າມ ແລະ ບ້ານດົງ ມີ 156 ຫຼັງຄາເຮືອນ. ລວມທັງໝົດມີ 279 ຫຼັງ ເຊຶ່ງກ່ອນໜ້ານັ້ນໄດ້ລາຍງານໄປເບື້ອງຕົ້ນມີຈຳນວນ 254 ຫຼັງຄາເຮືອນ; ປະເມີນມູນຄ່າເສຍຫາຍໃນເບື້ອງຕົ້ນມີ 1,3ຕື້ກີບ.


ໃນການລົງຕິດຕາມເບິ່ງຜົນກະທົບຄັ້ງນີ້ ການນຳແຂວງຈຳປາສັກ ໄດ້ລົງຢ້ຽມຢາມຄອບຄົວພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກລົມພາຍຸຢູ່ຈຸດຫົວໂຂງ, ພ້ອມທັງໂອ້ລົມ ເພື່ອສ້າງຂວັນກຳລັງໃຈອັນອົບອຸ່ນ, ໃຫ້ກຳລັງໃຈໃນການສືບຕໍ່ປັບປຸງປົວແປງສິ່ງທີ່ເສຍຫາຍ  ທັງເນັ້ນໜັກໃຫ້ອຳນາດການປົກຄອງເມືອງ ກໍຄືອຳນາດການປົກຄອງບ້ານ ໃຫ້ການຊ່ວຍເຫຼືອຄອບຄົວທີ່ຂາດເຂີນແຮງງານຕົ້ນຕໍ, ຂາດເຂີນເງິນຄຳໃນການປະຖົມພາຍາບານ ແລະ ອື່ນໆ


ໃນໂອກາດ ການນຳແຂວງຈຳປາສັກ ກໍໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ: ເຂົ້າສານ, ນ້ຳດື່ມ, ໄຂ່,ໝີ່, ສັງກະສີ, ຕະປູ ທີ່ໄດ້ຈາກປັດໃຈການປະກອບສ່ວນຂອງນັກທຸລະກິດລວມມູນຄ່າ 500ລ້ານກີບມອບໃຫ້ອຳນາດການປົກຄອງເມືອງໂຂງ ເພື່ອມອບຕໍ່ໃຫ້ກັບພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກເຫດການດັ່ງກ່າວ.

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ