ຄະນະສະເພາະກິດ ຊີ້ຜູ້ສຳຜັດໃກ້ສິດກັບຜູ້ຕິດເຊື້ອ ຍັງບໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຈິ່ງເຮັດໃຫ້ການລະບາດໃນຄັ້ງນີ້ແຜ່ເປັນວົງກວ້າງ

588

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ21 ພຶດສະພາ 2021ວ່າ:ການລະບາດໃນຊຸມຊົນທີ່ແຕ່ເດືອນ ເມສາ 2021 ເປັນຕົ້ນມາເຫັນວ່າ ແຫຼ່ງແຜ່ເຊື້ອ ແລະ ຕິດເຊື້ອທຳອິດແມ່ນຢູ່ໃນບັນດາສະຖານທີ່ບັນເທີງ, ຮ້ານຄາລາໂອເກະ, ເທັກ, ບາ, ຮ້ານອາຫານ ແລະ ຮ້ານເບຍ ຕໍ່ຈາກນັ້ນໄດ້ແຜ່ລະບາດໄປຫາເຂດຊຸມຊົນ ແລະ ຄອບຄົວ.

ໃນໄລຍະປະຕິບັດຄຳສັ່ງຂອງທ່ານ ນາຍົກສະບັບເລກທີ່ 15/ນຍ, ການລະບາດຍັງສືບຕໍ່ ພົບໃນຄອບຄົວ, ໝູ່ເພື່ອນ ແລະ ຊຸມຊົນ ເພາະວ່າການຈັດຕັ້ງປະຕິບັດມາດຕະການດັ່ງກ່າວຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ມີການພົບປະສັງສັນແບບປົກກະຕິ ຈີ່ງເຮັດໃຫ້ມີການລະບາດເປັນຈຸ້ມໃນຫຼາຍຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່.


ຮອດປັດຈຸບັນ ການລະບາດເຂົ້າສູ່ບັນດາຫ້ອງການສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ຍ້ອນວ່າບັນດາຜູ້ສຳຜັດໃກ້ສິດກັບຜູ້ຕິດເຊື້ອພາຍຫຼັງເກັບຕົວຢ່າງແລ້ວຍັງສືບຕໍ່ໄປເຄື່ອນໄຫວດຳລົງຊີວີດແບບປົກກະຕິໃນສະຖານທີ່ຕ່າງໆ ລວມທັງໄປເຮັດວຽກ ໂດຍບໍ່ປະຕິບັດການຈຳກັດຕົນເອງຢ່າງເຂັ້ມງວດ ຈີ່ີງເຮັດໃຫ້ການລະບາດໃນຄັ້ງນີ້ແຜ່ເປັນວົງກວ້າງໂດຍສະເພາະໃນນະຄອນຫຼວງວຽງຈັນ.


ຕໍ່ບັນຫາສະພາບການດັ່ງກ່າວນີ້ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີເດີນທາງໄປໃນເຂດທີ່ມີຄວາມສ່ຽງ ໃຫ້ເອົາໃຈໃສ່ໄປກວດຊອກຫາເຊື້ອ ເຖິງວ່າຜົນກວດຈະອອກມາເປັນລົບ ຫຼື ຍັງລໍຖ້າຜົນກວດຢູ່ນັ້ນກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນ ພ້ອມທັງປະຕິບັດມາດຕະການຢ່າງເຄັ່ງຄັດ ຈົນກວ່າຈະຄົບ 14 ວັນ.


ບັນດາທ່ານທີ່ນັບຖື ແລະ ຮັກແພງ ໃນໄລຍະນີ້ ຖ້າບໍ່ມີຄວາມຈໍາເປັນ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຢູ່ເຮືອນ ຫຼຸດຜ່ອນການສັນຈອນ ເພາະທ່ານອອກນອກເຮືອນຫຼາຍເທົ່າໄດກໍ່ຍີ່ງມີຄວາມສ່ຽງທີ່ນຳເອົາເຊື້ອພະຍາດເຂົ້າມາຕິດໃສ່ຄອບຄົວ, ແຕ່ຖ້າຈໍາເປັນຕ້ອງອອກໄປຕະຫຼາດ ຫຼື ໂຮງໝໍ ແມ່ນສາມາດອອກໄປໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດເຊັ່ນວ່າ: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ 70%ຂຶ້ນໄປ.

ສະໜັບສະໜູນຂ່າວໂດຍ: