ນະຄອນຫຼວງພະບາງປະກາດລັອກດາວ 2 ບ້ານ ຄົນໃນຫ້າມອອກນອກຫ້າມເຂົ້າ

1548

ຫຼວງພະບາງເຝົ້າລະວັງຢ່າງເຄັ່ງຄັດຕໍ່ກໍລະນີຕິດເຊື້ອໂຄວິດ-19, ຫຼ້າສຸດໄດ້ປະກາດລັອກດາວສອງບ້ານທີ່ມີຄວາມສ່ຽງສຸດ ບໍ່ໃຫ້ມີການເຄື່ອນໄຫວເຂົ້າອອກໂດຍເດັດຂາດ ເວັ້ນເສຍແຕ່ກໍລະນີຈຳເປັນເຈັບເປັນແລ້ວເທົ່ານັ້ນ ນັບແຕ່ນີ້ໄປຮອດວັນທີ 3 ມິຖຸນາ 2021.

ອີງຕາມຄຳສັ່ງສະບັບເລກທີ 06/ຈນ.ຫຼັບ ລົງວັນທີ 20 ພຶດສະພາ 2021 ວ່າດ້ວຍການປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການລະບາດພະຍາດໂຄວິດ-19  ຂອງເຈົ້ານະຄອນຫຼວງພະບາງເຖິງອົງການປົກຄອງບ້ານນາສໍາພັນ, ບ້ານນາຊາງ, ຜູ້ປະກອບການທຸລະກິດ ແລະ ປະຊາຊົນບັນດາເຜົ່າໃຫ້ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຕວິດ-19 ຢູ່ເຂດບ້ານນາສໍາພັນ ແລະ ບ້ານນາຊາງ ນະຄອນ ຫຼວງພະບາງ.

ໃນແຈ້ງການລະບຸວ່າ ອີງໃສ່ທິດຊີ້ນໍາຂອງກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະບາດຂອງ
ພະຍາດໂຄວິດ-19 ຄັ້ງວັນທີ 20/05/2021. ປະຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ຍັງມີການລະບາດເປັນວົງກວ້າງ ຢູ່ພາຍໃນປະເທດກໍຄື ບັນດາແຂວງອ້ອມຂ້າງ, ເພື່ອຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ-13 ແຜ່ຂະຫຍາຍອອກເປັນວົງກວ້າງ ແນໃສ່ເຮັດໃຫ້ພໍ່ແມ່ປະຊາຊົນ ມີຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ໃຫ້ພົ້ນອອກຈາກຄວາມອັນຕະລາຍ ແລະ ເຮັດໃຫ້ເຂດດັ່ງກ່າວໄດ້ຮັບການຊີດຢາຂ້າເຊື້ອຢ່າງທັນເວລາ.

ດັ່ງນັ້ນ, ເຈົ້ານະຄອນ ຫຼວງພະບາງ ໄດ້ອອກຄໍາສັ່ງ ດັ່ງນີ້: 1. ຫ້າມຄົນທີ່ອາໄສຢູ່ບ້ານນາສໍາພັນ(ຮ່ອມ) ແລະ ບ້ານນາຊາງ(ຮ່ອມ3) ເດິນທາງເຂົ້າ-ອອກ ( lock down )ຈາກບ້ານຢ່າງເດັດຂາດ ພ້ອມທັງຕັ້ງຈຸດ – ກວດກາຄົນເຂົ້າ-ອອກ ປະຈໍາ 24 ຊົ່ວໂມງ ຍົກເວັ້ນກໍລະນີຈໍາເປັນຕ້ອງໄດ້ຮັບອານຸຍາດ ຈາກຄະນະສະເພາະກິດຂັ້ນບ້ານ.

2. ໃຫ້ເປີດບັນດາຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ, ຮ້ານອາຫານ ແລະ ຮ້ານອື່ນໆ, ເຊິ່ງເຂດພື້ນທີ່ບ້ານດັ່ງກ່າວເປັນຈຸດ
ທີ່ມີຄວາມສ່ຽງໃນການພົວພັນ, ສໍາຜັດ, ໃກ້ສິດ ຂອງຜູ້ຕິດເຊື້ອຮັກສາຕົວຢູ່ແຂວງອຸດົມໄຊ.

3. ມອບໃຫ້ ຄະນະສະເພາະກິດຂັ້ນນະຄອນ ຮີບຮ້ອນລົງສົມທົບກັບຫົວຫນ້າກຸ່ມ ແລະ ອົງການປົກຄອງບ້ານນາສໍາພັນ ແລະ ບ້ານນາຊາງ ສືບສວນ-ສອບສວນ ເກັບກໍາຂໍ້ມູນຕົວຈິງຜູ້ສໍາຜັດໃກ້ສິດກັບຜູ້ຕິດເຊື້ອໃຫ້ລະອຽດຈະແຈ້ງ ແລະ ລາຍງານໃຫ້ຄະນະສະເພາະກິດຂັ້ນແຂວງຮັບຊາບ ແລະ ແກ້ໄຂທັນກັບສະພາບການ.

4. ມອບໃຫ້ກອງບັນຊາການ ປກສ ນະຄອນ ເຂັ້ມງວດໃນການເຄື່ອນໄຫວລາດຕະເວນຢ່າງເປັນປົກກະຕິ ພ້ອມທັງນໍາ
ໃຊ້ລົດໂຄສະນາເຄື່ອນທີ່ຈຸດເຂດພື້ນທີ່ບ້ານທີ່ມີຄວາມສ່ຽງເພື່ອໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ຕໍ່ໄພອັນຕະລາຍຂອງພະຍາດດັ່ງກ່າວ.
ໂດຍຄໍາສັ່ງສະບັບນີ້ ເລີ່ມຈັດຕັ້ງປະຕິບັດ ວັນທີ 20 ພຶດສະພາ ຫາ ວັນທີ 3 ມິຖຸນາ 2021 ໃນກໍລະນີມີການປ່ຽນແປງ ຈະແຈ້ງໃຫ້ຊາບຕື່ມເປັນແຕ່ລະໄລຍະ.