ຄະນະສະເພາະກິດລະບຸ ໂຄວິດລະບາດສູ່ຊຸມຊົນນະຄອນຫຼວງ ເລີ່ມຈາກສະຖານບັນເທິງ

293

ຕົວເລກຜູ້ຕິດເຊື້ອຢູ່ປະເທດເຮົາມາຮອດປະຈຸບັນແມ່ນໃກ້ຈຸ 2.000 ກໍລະນີແລ້ວ ເນື່ອງຈາກມີການລະບາດຢູ່ໃນຊຸມຊົນຢ່າງໄວວາໃນໄລຍະເດືອນເມສາຜ່ານມາຈົນຮອດປະຈຸບັນ ເຊິ່ງຄະນະສະເພາະກິດໃຫ້ຂໍ້ມູນວ່າ ການລະບາດດັ່ງກ່າວນັ້ນແມ່ນເກີດຈາກບັນດາສະຖານບັນເທີງເປັນສ່ວນໃຫຍ່ ຈາກນັ້ນຈິ່ງເລີ່ມແຜ່ລາມໄປຍັງຄອບຄົວ ແລະຊຸມຊົນ ຮອດທຸກວັນນິ້ຍັງບໍ່ສາມາດຄວບຄຸມໄດ້ເທື່ອ ດັ່ງນັ້ນ, ເພື່ອຄວາມປອດໄພຂໍໃຫ້ທຸກຄົນຈຳກັດບໍລິເວນໂຕເອງໃຫ້ຫຼາຍທີ່ສຸດ ແລະອອກໄປນອກໃຫ້ໜ້ອຍທີ່ສຸດ.

ຕາມລາຍງານຂອງຄະນະສະເພາະກິດໃນວັນທີ 19 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1.526 ຕົວຢ່າງ ພົບຜູ້ຕິດເຊື້ອ 14 ກໍລະນີ, ໃນນີ້ ນະຄອນຫຼວງວຽງຈັນກວດ 999 ພົບເຊື້ອ 5 ຄົນ, ຈຳປາສັກ ກວດ 122 ຕົວຢ່າງ ພົບເຊື້ອ 6 ຄົນ, ສະຫວັນນະເຂດກວດ 101 ຕົວຢ່າງ ພົບເຊື້ອ 3 ຄົນ, ຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.751 ຄົນ, ບໍ່ມີເສຍຊີວີດໃໝ່ເພີ່ມ, ຜູ້ເສຍຊິວິດສະສົມທັງໝົດ 2 ຄົນ.


ກ່ຽວກັບກໍລະນີ ຕິດເຊື້ອໃໝ່ 14 ຄົນຈາກ ນະຄອນຫຼວງ 5 ຄົນ (ທັງ 5 ຄົນ ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ເກົ່າທີ່ມີການຕິດເຊື້ອໃນຊຸມຊົນ, ແຂວງຈໍາປາສັກ 6 ຄົນ ແລະ ແຂວງສະຫວັນນະເຂດ 3 ຄົນແມ່ນກໍລະນີນຳເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວ ທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ. ທັງໝົດຄົນເຈັບຕິດເຊື້ອໃໝ່ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນສໍາລັບ ປະຫວັດການເຄື່ອນໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສຳຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນ ຕາມຄຳແນະນຳຂອງຄະນະສະເພາະກິດກຳນົດໄວ້.

ສັງລວມມາຮອດປະຈຸບັນມີຜູ້ຍັງຕິດຕາມປິ່ນປົວທົ່ວປະເທດທັງໝົດ 1.009 ຄົນ ໃນນັ້ນໄດ້ຮັບການປິ່ນປົວດີ ທັງໝົດ 740 ຄົນ (ໃໝ່ 32 ຄົນ) ແລະ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ ສໍາລັບຜູ້ທີ່ບໍ່ມີເງື່ອນໄຂ, ຈົນຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ.

ຄະນະສະເພາະກິດຍັງໃຫ້ຮູ້ອີກວ່າ: ສຳລັບ ສປປ ລາວ ການລະບາດໃນຊຸມຊົນແຕ່ເດືອນ ເມສາ 2021 ເປັນຕົ້ນມາເຫັນວ່າ ແຫຼ່ງແຜ່ເຊື້ອ ແລະ ຕິດເຊື້ອທຳອິດແມ່ນຢູ່ໃນບັນດາສະຖານທີ່ບັນເທີງ, ຮ້ານຄາລາໂອເກະ, ເທັກ, ບາ, ຮ້ານອາຫານ ແລະ ຮ້ານເບຍ ຕໍ່ຈາກນັ້ນໄດ້ແຜ່ລະບາດໄປຫາເຂດຊຸມຊົນ ແລະ ຄອບຄົວ. ໃນໄລຍະປະຕິບັດຄຳສັ່ງຂອງທ່ານ ນາຍົກສະບັບເລກທີ່ 15/ນຍ, ການລະບາດຍັງສືບຕໍ່ ພົບໃນຄອບຄົວ, ໝູ່ເພື່ອນ ແລະ ຊຸມຊົນ ເພາະວ່າການຈັດຕັ້ງປະຕິບັດມາດຕະການດັ່ງກ່າວຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ, ຍັງມີການໄປມາຫາສູ່ລະຫ່ວາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ, ມີການພົບປະສັງສັນແບບປົກກະຕິ ຈີ່ງເຮັດໃຫ້ມີການລະບາດເປັນຈຸ້ມໃນຫຼາຍຄອບຄົວ, ຍາດຕິພີ່ນ້ອງ ແລະ ຫມູ່ຄູ່.


ຮອດປັດຈຸບັນ ການລະບາດເຂົ້າສູ່ບັນດາຫ້ອງການສຳນັກງານອົງການ, ບໍລິສັດ, ໂຮງຈັກໂຮງງານ ຍ້ອນວ່າບັນດາຜູ້ສຳຜັດໃກ້ສິດກັບຜູ້ຕິດເຊື້ອພາຍຫຼັງເກັບຕົວຢ່າງແລ້ວຍັງສືບຕໍ່ໄປເຄື່ອນໄຫວດຳລົງຊີວີດແບບປົກກະຕິໃນສະຖານທີ່ຕ່າງໆ ລວມທັງໄປເຮັດວຽກ ໂດຍບໍ່ປະຕິບັດການຈຳກັດຕົນເອງຢ່າງເຂັ້ມງວດ ຈີ່ີງເຮັດໃຫ້ການລະບາດໃນຄັ້ງນີ້ແຜ່ເປັນວົງກວ້າງໂດຍສະເພາະໃນນະຄອນຫຼວງວຽງຈັນ.


• ຕໍ່ບັນຫາສະພາບການດັ່ງກ່າວນີ້ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີເດີນທາງໄປໃນເຂດທີ່ມີຄວາມສ່ຽງ ໃຫ້ເອົາໃຈໃສ່ໄປກວດຊອກຫາເຊື້ອ ເຖິງວ່າຜົນກວດຈະອອກມາເປັນລົບ ຫຼື ຍັງລໍຖ້າຜົນກວດຢູ່ນັ້ນກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນ ພ້ອມທັງປະຕິບັດມາດຕະການຢ່າງເຄັ່ງຄັດ ຈົນກວ່າຈະຄົບ 14 ວັນ. ພ້ອມນີ້ຂໍແນະນຳໃຫ້ພໍ່ແມ່ປະຊາຊົນ ຢູ່ເຮືອນ ຫຼຸດຜ່ອນການສັນຈອນ ເພາະທ່ານອອກນອກເຮືອນຫຼາຍເທົ່າໄດກໍ່ຍີ່ງມີຄວາມສ່ຽງທີ່ນຳເອົາເຊື້ອພະຍາດເຂົ້າມາຕິດໃສ່ຄອບຄົວ, ແຕ່ຖ້າຈໍາເປັນຕ້ອງອອກໄປຕະຫຼາດ ຫຼື ໂຮງໝໍ ແມ່ນສາມາດອອກໄປໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດເຊັ່ນວ່າ: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າ 70%ຂື້ນໄປ.