ເຈົ້າເມືອງໂຂງ ລົງມອບສັງກະສີ ແລະ ຕະປູ ໃຫ້ຄອບຄົວທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນ

498

ໃນວັນທີ 19 ພຶດສະພາ 2021 ນີ້ທ່ານນາງ ຄຳພູ ລິດທິສັກ  ເຈົ້າເມືອງໆໂຂງ ແຂວງຈຳປາສັກ ພ້ອມບັນດາທ່ານໃນຄະນະປະຈຳພັກເມືອງ, ກຳມະການພັກເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປມອບສັງກະສີ, ເຫຼັກຕະປູ, ນ້ຳດື່ມ ແລະ ຜ້າອັດປາກ-ດັງ ໃຫ້ຄອບຄົວຜູ້ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນໃນຄ່ຳຄືນວັນທີ 17 ພຶດສະພາ ຜ່ານມາ ພາຍຫຼັງທີ່ໄດ້ລົງຕິດຕາມກວດກາເບິ່ງຜົນເສຍຫາຍດ້ວຍຕົນເອງ; ທັງນີ້ ກໍເພື່ອເປັນການສ້າງຂວັນກຳລັງໃຈ ແລະ ເປັນການບັນເທົາທຸກໃນເບື້ອງຕົ້ນ.

ທ່ານ ອານຸແສງ ຈັນທະລາວົງກຳມະການພັກເມືອງ ຫົວໜ້າຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງໃຫ້ຮູ້ວ່າ: ໃນເວລາປະມານ 20:30 ຂອງວັນທີ 17 ພຶດສະພາ 2021, ໄດ້ເກີດມີພະຍຸລະດູຮ້ອນ ເປັນເຫດເຮັດໃຫ້ເຮືອນຂອງປະຊາຊົນໄດ້ຮັບຜົນກະທົບຈຳນວນ 254 ຄອບຄົວ ແລະ ບໍ່ມີທີ່ຢູ່ອາໄສອີກຈຳນວນໜຶ່ງ.

ພະຍຸລະດູຮ້ອນຄັ້ງນີ້ ໄດ້ສ້າງຄວາມເສຍຫາຍເປັນບໍລິເວນກວ້າງພໍສົມຄວນ ມີຈຳນວນ 9 ບ້ານທີ່ໄດ້ຮັບຜົນກະທົບຄື: ໂຂງຫາດງິ້ວ ມີຈຳນວນ 23 ຄອບຄົວ, ໂຂງແຫຼມ 19 ຄອບຄົວ, ຫົວສັນ 52 ຄອບຄົວ, ຫາງສັນ 36 ຄອບຄົວ, ແສນລ່າມ 37 ຄອບຄົວ, ນາລານ 30 ຄອບຄົວ, ຫ້ວຍໄຮ 52 ຄອບຄົວ, ລົມພັດ 5 ຄອບຄົວ ແລະ ນາແສນພັນ ມີ 28 ຄອບຄົວ.