ອານຸສອນ-ສິລິນາ 2 ນັກແລ່ນທີມຊາດລາວ ເຂົ້າສູນຝຶກຊ້ອມທາງການ ກຽມລຸຍ ໂອແລມປິກ-ຊີເກມ

782

ທ້າວ ອານຸສອນ ໄຊສາ ແລະ ນາງ ສິລິນາ ພະອາໄພ 2 ນັກກີລາແລ່ນ-ລານທີມຊາດລາວ ເຂົ້າສູນຝຶກຝຶກທີ່ ສີເກີດ ເປັນທີ່ຮຽບຮ້ອຍ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນ ໂອແລມປິກ ເກມ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເລື່ອນມາຈັດການແຂ່ງຂັນລະຫວ່າງວັນທີ 23 ກໍລະກົດ – 8 ສິງຫາ 2021 ລວມເຖິງການແຂ່ງຂັນ ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບໃນເດືອນພະຈິກ 2021 .

ຕາມການເປີດເຜີຍຂອງ ທ້າວ ອານຸສອນ ໄຊສາ  ນັກແລ່ນ-ລານທີມຊາດລາວ ໃນວັນທີ 19 ສິງຫາ 2021 ກ່າວວ່າ: ການເກັບໂຕຝຶກຊ້ອມແມ່ນເລີ່ມມາແຕ່ຕົ້ນປີ 2021  ຈາກນັ້ນເມື່ອບໍ່ດົນມານີ້ໄດ້ເຂົ້າສູນຝຶກຊ້ອມແບບເຕັມຮູບແບບທີ່ສູນຝຶກຊ້ອມ ສີເກີດ ແລະ ຈະສືບຕໍ່ຝຶກຊ້ອມຈົນຮອດມື້ເດີນທາງໄປແຂ່ງຂັນໂອແລມປິກ 2020 ( ເດືອນກໍລະກົດ ). ທັບນັກນັກກີລາແລ່ນ-ລານລາວແມ່ນມີ 2 ຄົນຄື: ທ້າວ ອານຸສອນ ໄຊສາ ນັກກິລາແລ່ນຂ້າມຮົ້ວ 110 ແມັດ ແລະ ນາງ ສິລິນາ ພະອາໄພ ນັກກີລາແລ່ນ 100 ແມັດ.

“ ແນ່ນອນຫຼັງຈາກສຳເລັດການແຂ່ງຂັນໂອແລມປິກ, ພວກເຮົາທັງສອງຄົນແມ່ນຈະໄດ້ກັບຄືນມາເກັບຕົວຕໍ່ ເພື່ອເຂົ້າຮ່ວມແຂ່ງຂັນຊີເກມທີ່ ປະເທດຫວຽດນາມ ໃນທ້າຍປີ, ໂດຍການຝຶກຊ້ອມແມ່ນໄດ້ເກັບໂຕຝຶກຊ້ອມທີ່ສະຖາບັນກິລາ-ກາຍຍະກຳ ( ສີເກີດ ) ; ການຝຶກຊ້ອມແບ່ງເປັນ 2ເວລາຄື ຕອນເຊົ້າເລີ່ມຝຶກຊ້ອມ 6:00 ໂມງ ຫາ 8:30 ໂມງ ແລະ ຕອນແລງ 3:30 ໂມງ ຫາ 7:00 ໂມງ. ຜົນງານໃນ ໂອແລມປິກ ແມ່ນຕັ້ງເປົ້າສ້າງສະຖິຕິໃຫ້ດີທີ່ສຸດກວ່າທີ່ເຄີຍເຮັດໄດ້ 13,96 ວິນາທີ, ສ່ວນ ຊີເກມ ແມ່ນຕັ້ງເປົ້າຕິດ 1 ໃນ 3 ໃຫ້ໄດ້ ເພາະຊີເກມຄັ້ງທີ່ຜ່ານມາ ແມ່ນຍາດໄດ້ອັນດັບ 3 ( ຫຼຽນທອງ ) ” ອານຸສອນ ກ່າວ.

ສໍາລັບ ອານຸສອນ ເປັນນັກກີລາແລ່ນ-ລານຄວາມຫວັງຂອງຊາວລາວ ທີ່ສ້າງຜົນງານໂດດເດັ່ນໃນໄລຍະທີ່ຜ່ານມາ ເປັນຕົ້ນແມ່ນລາຍການ ໄທແລນ ໂອເພັນ 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ ເປັນເຈົ້າພາບ ລະຫວ່າງວັນທີ 19 – 21 ພຶດສະພາ 2019 ສາມາດຍາດມາໄດ້ 1 ຫຼຽນຄຳ ປະເພດແລ່່ນຂ້າມຮົ້ວ 110 ແມັດຊາຍ, ຜົນງານໃນລະດັບອາຊຽນຍາດໄດ້ຫຼຽນຄຳ ປະເພດແລ່ນຂ້າມຮົ້ວ 110 ແມັດຊາຍ ໃນງານມະຫະກຳກີລາມະຫາວິທະຍາໄລອາຊຽນ ຫຼື ກີລາ ມ ອາຊຽນ ຄັ້ງທີ 17 ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ລະຫວ່າງວັນທີ 10 – 20 ທັນວາ 2014 ແລະ ຫຼ້າສຸດຄືຄວ້າຫຼຽນທອງໃນຊີເກມ 2019 ທີ່ປະເທດຟິລິບປິນ ດ້ວຍເວລາ 13,99 ວິນາທີ ເຊິ່ງສະຖິຕິທີ່ດີທີ່ສຸດຂອງ ອານຸສອນ ໄຊສາ ແມ່ນ13,96 ວິນາທີ.

ສ່ວນສະຖິຕິທີ່ດີທີ່ສຸດຂອງ ສິລິນາ ແມ່ນຢູ່ທີ 12,30 ວິນາທີ ໃນລາຍການທີ່ປະເທດໄທ, ສ່ວນໃນຊີເກມ ແມ່ນເຄີຍຍາດໄດ້ອັນດັບ 10 ໃນຊີເກມ 2017 ທີ່ປະເທດມາເລເຊຍ ດ້ວຍເວລາ 12,65 ວິນາທີ, ສ່ວນສະຖິຕິດີທີ່ສຸດໃນຊີເກມ ແມ່ນ 12,31 ວິນາທີໃນຊີເກມ 2019 ທີ່ປະເທດຟິລິບປິນ.

ສະໜັບສະໜູນຂ່າວໂດຍ: