ໂຣນັລໂດ ຮ່ວມຍົກຂັນແຊັມ ໂຄປາ ອິຕາລີ ແລະ ເປີດຊຸດແຂ່ງໃໝ່ກັບ ຢູເວນຕຸສ ສົ່ງສັນຍານຢູ່ຕໍ່

536

ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຢູເວນຕຸສ ສົ່ງສັນຍານຈະຢູ່ກັບ ຢູເວນຕຸສ ຫຼັງຈາກທີ່ຮ່ວມຍົກຂັນແຊັມ ໂຄປາ ອິຕາລີ ສະໄໝທີ 14 ຂອງທີມ ຫຼັງພາທີມເອົາຊະນະ ອາຕາລັນຕາ 2-1 ເມື່ອວັນທີ 19 ພຶດສະພາ 2021 ແລະ ຍັງຮ່ວມເປີດຕົວຊຸດແຂ່ງລະດູການໜ້າຢ່າງເປັນທາງການ.

ກ່ອນໜ້ານີ້ ໂຣນັລໂດ ເຫຼືອສັນຍາກັບ ຢູເວນຕຸສ ເຖິງລະດູການໜ້າ ແຕ່ຕົກເປັນຂ່າວລືກ່ຽວກັບຍ້າຍທີມຢ່າງໜັກ ຫຼັງຈາກທີ່ມີລາຍງານວ່າ ບໍ່ຖືກກັບ ອັນເດຣຍ ປີໂລ ຜູ້ຈັດການທີມ ລວມເຖິງຕອນນີ້ກໍຍັງບໍ່ແນ່ນອນວ່າ ຢູເວນຕຸສ ຈະໄດ້ສິດໄປແຂ່ງຂັນ ຢູຟາ ແຊັມປ້ຽນລີກ ລະດູການໜ້າ ຫຼື ບໍ?.

ແຕ່ຫຼ້າສຸດຂ່າວລືດັ່ງກ່າວຖືກຢຸດໄປທັນທີ່ ຫຼັງ ຢູເວນຕຸສ ໂພສພາບໂຄສະນາຊຸດແຂ່ງຂັນໃນບ້ານໂຕໃໝ່ ນໍາໂດຍ ຄຣິສເຕຍໂນ ໂຣນັລໂດ ເໝືອນກັບວ່າເປັນການບອກເຖິງການຈະຢູ່ກັບ ຢູເວນຕຸສ ໃນລະດູການໜ້າຕໍ່ໄປ.